*//// *//// ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2022 – Vte9 *//// *////

ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ 1 ມິຖຸນາ 2022

ແບ່ງປັນຂ່າວນີ້

– ບັນດາທ່ານ ທີ່ ນັບຖື,

– ລູກຫລານເຍົາວະຊົນ ແລະ ອານຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,

ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2022 ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະໃນນາມສ່ວນຕົວ, ຂ້າພະ ເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງ ຂໍຝາກຄວາມຮັກແພງ, ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນ ມາຍັງ ລູກຫລານເດັກນ້ອຍລາວ ບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີພາລະນາໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສີວິໄລທາງດ້ານຈິດໃຈ, ມີຄວາມເບີກບານມ່ວນຊື່ນ ໃນການສະຫລອງວັນເດັກສາກົນ ວັນທີ 1 ມິຖຸນາ 2022 ພາຍໃຕ້ຄໍາຂວັນທີ່ວ່າ “ສ້າງອານາຄົດທີ່ດີກວ່າເພື່ອເດັກທຸກຄົນ” ໃນໂອກາດນີ້ດ້ວຍ.

ການສະເຫລີມສະຫລອງ ວັນເດັກສາກົນ 1 ມິຖຸນາ ໃນທຸກໆປີ ເຊິ່ງຕິດພັນກັບວັນປູກຕົ້ນໄມ້ແຫ່ງຊາດ ປຽບດັ່ງບຸນໃຫຍ່ຂອງເດັກໃນທົ່ວໂລກກໍຄືເດັກລາວບັນດາເຜົ່າ, ແຕ່ເປັນໜິາເສຍດາຍ ທີ່ ການສະເຫລີມສະຫລອງໃນປີນີ້ ກໍຍັງຈະບໍ່ສາມາດຈັດເຕັມຮູບແບບ ເໝືອນດັ່ງເມື່ອກ່ອນເນື່ອງຈາກຍັງມີສະພາບຂອງການແພ່ລະບາດຂອງພະຍາດໂຄວິດ-19  ທີ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ສຸຂະພາບຂອງພົນລະເມືອງກໍຄືເດັກນ້ອຍຜູ້ເປັນອະນາຄົດຂອງຊາດລາວເຮົາ. ເຖິງຢ່າງໃດກໍຕາມ, ພວກເຮົາ ກໍໄດ້ ບຸກບືນສູ້ຊົນຈັດຕັ້ງຜັນຂະຫຍາຍນະໂຍບາຍປົກປ້ອງແລະ ສົ່ງເສີມສິດທິເດັກ ດ້ວຍຄວາມເອົາໃຈໃສ່ ໂດຍຍາດໄດ້ຜົນສໍາເລັດສໍາຄັນຫລາຍດ້ານໃນປີທີ່ຜ່ານມາ ເປັນຕົ້ນ ການຮັບຮອງ ແລະປະກາດໃຊ້ແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025), ແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ II (2021-2025 ແລະ ກິດຈະກໍາຕ່າງໆ ທີ່ສໍາຄັນອີກ ຈໍານວນໜຶ່ງ.

ຕໍ່ຜົນສໍາເລັດດັ່ງກ່າວນັ້ນ, ຕາງໜ້າໃຫ້ການນໍາພັກ ແລະ ລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳພັກ-ລັດໃນແຕ່ລະຍຸກແຕ່ລະສະໄໝ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານດັ່ງກ່າວ. ຂ້າພະເຈົ້າຂໍຍ້ອງຍໍຊົມເຊີຍພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ທຸກຂັ້ນ, ອົງການຈັດຕັ້ງພາກລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດເອກະຊົນຕະຫລອດຮອດ ພໍ່ແມ່ປະຊາຊົນລາວທຸກຖ້ວນໜ້າ ໃນຂອບເຂດທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ວຽກແມ່ແລະ ເດັກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

– ບັນດາທ່ານທີ່ນັບຖື,

– ລູກຫລານເຍົາວະຊົນ ແລະ ອານຸຊົນລາວບັນດາເຜົ່າ ທີ່ຮັກແພງທັງຫລາຍ,

ເຖິງແມ່ນວ່າ ໃນໄລຍະຜ່ານມາ, ວຽກງານສິດທິເດັກ, ການປົກປ້ອງເດັກ ແລະ ພັດທະນາເດັກ ຈະຍາດໄດ້ຜົນສໍາເລັດຫລາຍດ້ານກໍຕາມ, ແຕ່ພວກເຮົາ ກໍບໍ່ຄວນລົດລະຄວາມພະຍາຍາມຂອງຕົນ ເພື່ອປະຕິບັດພາລະກິດອັນມີກຽດດັ່ງກ່າວໃຫ້ໄດ້ ຮັບການພັດທະນາ ແລະ ຍືນຍົງເພາະປະເທດຊາດເຮົາ ຍັງປະເຊີນໜ້າກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຜົນກະທົບຈາກການແພ່ລະບາດຂອງພະຍາດໂຄວິດ-19, ບັນຫາຄວາມທຸກຍາກຂາດເຂີນຂອງເດັກໃນພື້ນທີ່ຫ່າງໄກສອກຫລີກ, ບັນຫາຂາດໂພຊະນາການ ແລະ ຂາດສານອາຫານ, ການນໍາໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາອັດຕາການອອກໂຮງຮຽນຍັງສູງ, ການແຕ່ງດອງກ່ອນໄວອັນຄວນ ລວມທັງບັນຫາຢາເສບຕິດ ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກ. ນອກຈາກນີ້, ຄວາມເຂັ້ມ ແຂງຂອງກົງຈັກເສນາທິການ ຄກມດ ໃນແຕ່ລະຂັ້ນ ລວມທັງງົບປະມານ ໃນການ ເຄື່ອນໄຫວຍັງມີຂີດຈຳກັດ.  ຕໍ່ໜ້າສະພາບການດັ່ງກ່າວ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ອົງການຈັດຕັ້ງພັກ-ລັດ, ຄກມດກະຊວງ,ອົງການ ແລະ ທ້ອງຖິ່ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາຫົວຫນ່ວຍທຸລະກິດ ທັງພາກລັດ ແລະເອກະຊົນ ຕະຫລອດຮອດພໍ່ແມ່ປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເປັນເຈົ້າການ ແກ້ໄຂຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ກ່າວມາຂ້າງເທິງນັ້ນ ໂດຍສະເພາະການເອົາໃຈໃສ່ດູແລເບິ່ງແຍງສຸຂະພາບຂອງເດັກ ໃນສະພາບການແພ່ລະບາດຂອງພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. 

ອີກເທື່ອໜຶ່ງ, ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2022 ນີ້, ຂ້າພະເຈົ້າຂໍອວຍ ພອນມາຍັງເດັກນ້ອຍລູກຫລານຊາວລາວບັນດາເຜົ່າຈົ່ງມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ໃຫ້ເປັນເດັກຄຳຮູ້ເຊື່ອຟັງຄຳສອນຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງ ແລະ ມີຄວາມເຄົາລົບຕໍ່ຄູ-ອາຈານ, ເປັນລູກຫລານທີ່ດີຂອງຊາດ, ໝັ່ນສຶກສາຫາຄວາມຮູ້ເອົາໃຈໃສ່ພັດທະນາຕົນເອງຮອບດ້ານ ເພື່ອສ້າງອານາຄົດທີ່ດີກວ່າບົນພື້ນ ຖານຄວາມຮູ້, ຄວາມສາມາດ ແລະ ຄວາມໄຝ່ຝັນຂອງແຕ່ລະຄົນ. ວັນເດັກປີນີ້ ຂໍໃຫ້ລູກຫລານ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ ແລະ ເອົາໃຈໃສ່ປະຕິບັດວິຖີຊີວິດປົກກະຕິແບບໃໝ່ໃ ຫ້ມີຄວາມລຶ້ງເຄີຍ ແລະ ຂໍອວຍພອນໄຊໃຫ້ການສະເຫລີມສະຫລອງວັນເດັກສາກົນປີນີ້ ຈົ່ງປະສົບຜົນສຳເລັດຢ່າງຈົບງາມ.

ທິບພະຈັນ: ຮຽບຮຽງ