*//// *//// ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຈັດກິດຈະກໍາຢ້ຽມຊົມ ອະນຸສາວະລີ ພະເຈົ້າໄຊເສດຖາ – Vte9 *//// *////

ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຈັດກິດຈະກໍາຢ້ຽມຊົມ ອະນຸສາວະລີ ພະເຈົ້າໄຊເສດຖາ

ແບ່ງປັນຂ່າວນີ້


ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຮ່ວມກັບ ຄກມດ ແຂວງອັດຕະປື ແລະ ອົງການອຸຍນີເຊບປະຈຳລາວ ໄດ້ຈັດກິດຈະກໍາ ນໍາພານ້ອງນັກຮຽນ 5 ໂຮງຮຽນ, ໃນ 5 ເມືອງພາຍໃນແຂວງອັດຕະປື ໄປທັດສະນະເຂົ້າຢ້ຽມຊົມຫໍພິພິຕະພັນແລະ ອະນຸສາວະລີ ພະເຈົ້າໄຊເສດຖາ ທີ່ ແຂວງອັດຕະປື ໃນວັນທີ 31 ພຶດສະພາ 2022 ທີ່ແຂວງອັດຕະປື. ເນື່ອງໃນໂອກາດສະເຫລີມສະຫລອງ ວັນເດັກສາກົນ ປີ 2022 ແລະ ວັນປູກຕົ້ນແຫ່ງຊາດ ເຊິ່ງນໍາໂດຍ ທ່ານ ນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການກອງເລຂາ ຄຊກມດ, ມີບັນດາຄະນະທີມງາມ  ຄຊກມດ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ການນໍາພານ້ອງນັກຮຽນໄປທັດສະນະໃນຄັ້ງນີ້, ກໍເພື່ອເຮັດໃຫ້ນັກຮຽນທຸກຄົນ ໄດ້ຮຽນຮູ້ເຖິງມູນເຊື້ອປະຫວັດສາດ ອານຸສອນ ບັນພະຊົນ ຜູ້ເຊິ່ງມີຜົນງານຄຸນງາມຄວາມດີໃນການປົກປັກຮັກສາເອກະລາດ, ພຸດທະສາສະໜາ ແລະ ສິລະປະວັດທະນະທໍາ ອັນຈົບງາມທີ່ເປັນເອກະລາດຂອງຊາດລາວ.

ສໍາລັບກິດຈະກໍາສະເຫລີມ ສະຫລອງ ວັນເດັກສາກົນ ປີ 2022 ແລະ ວັນປູກຕົ້ນແຫ່ງຊາດ ໃນປີນີ້, ຄຊກມດ ໄດ້ຈັດຂຶ້ນຢູ່ 2 ແຫ່ງຄື: ທີ່ນະຄອນຫລວງວຽງຈັນ ແລະ ທີ່ແຂວງອັດຕະປື.

ທິບພະຈັນ:ຮຽບຮຽງ