*//// *//// ສປປ ລາວ ຫາລືລະດັບຊາດ ກ່ຽວກັບອະນາຄົດຂອງການສຶກສາ ໃນ ສປປ ລາວ  – Vte9 *//// *////

ສປປ ລາວ ຫາລືລະດັບຊາດ ກ່ຽວກັບອະນາຄົດຂອງການສຶກສາ ໃນ ສປປ ລາວ 

ແບ່ງປັນຂ່າວນີ້

ໃນວັນທີ 31 ພຶດສະພາ 2022 ຢູ່ນະຄອນຫລວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ຈັດກອງປະຊຸມປຶກສາຫາລືລະດັບຊາດກ່ຽວກັບອະນາຄົດຂອງການສຶກສາໃນ ສປປ ລາວ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດກ່ຽວກັບການຫັນປ່ຽນການສຶກສາໂລກ ຂອງອົງການສະຫະປະຊາຊາດ ທີ່ຈະຈັດຂຶ້ນໃນເດືອນກັນຍາ 2022. 

ກອງປະຊຸມດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານນາງ ສີສຸກ ວົງວິຈິດ ຮອງລັດ ຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງຊາຣາ ເຊກເຄນ (Sara Sekkenes) ຜູ້ປະສານງານອົງການສະຫະປະຊາຊາດປະຈໍາລາວ ແລະ ທ່ານ ນາງ ບີອາເຕ້ ດັດສ໌ເຕວ ຮັກສາການຜູ້ຕາງຫນ້າອົງການອຸຍນີເຊບ ປະຈໍາລາວ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ສະຫະພາບເອີລົບ, ພ້ອມດ້ວຍຄູ່ຮ່ວມພັດທະນາການສຶກສາຈາກພາກສ່ວນຕ່າງໆເຂົ້າຮ່ວມ.

ທ່ານ ສີສຸກ ວົງວິຈິດ ໄດ້ມີຄໍາເຫັນວ່າ: ການສຶກສາທີ່ມີຄຸນນະພາບ ແມ່ນຕິດພັນກັບຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດ ແລະ ສັງຄົມແລະ ການພັດທະນາຊັບພະຍາ ກອນມະນຸດ. ການປຶກສາຫາລືນີ້ ໄດ້ທົບທວນວິທີການຕ່າງໆ ເພື່ອຫລຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ການສຶກສາ. ໃນກອງປະຊຸມ, ໄດ້ຟັງການບັນບາຍຈາກຜູ້ຕາງໜ້າອົງການອຸຍນີເຊບ ແລະ ອຸຍແນັດສະໂກ ກ່ຽວກັບກອງປະຊຸມສຸດຍອດທີ່ຈະມາເຖິງ ກ່ຽວກັບການຫັນປ່ຽນການສຶກສາ ແລະ ໄດ້ຮັບຟັງຄໍາແນະນໍາກ່ຽວກັບອົງປະກອບ 4 ດ້ານເພື່ອປຶກສາຫາລືຄື: ການຟື້ນຟູການສຶກສາທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ຟື້ນຄືນພາບພົດການສຶກສາສໍາລັບສະຕະວັດທີ21, ການສະໜອງເງິນທຶນແບບຍືນຍົງ ເພື່ອການສຶກສາ ແລະ ຍົກສູງລະດັບງຄວາມມຸ້ງຫວັງຂອງເປົ້າໝາຍການສຶກສາແຫ່ງຊາດ. 

ທິບພະຈັນ:ຮຽບຮຽງ