*//// *//// ທຸລະກິດກະສິກໍາ ຍັງສາມາດຂະຫຍາຍຕົວໄດ້ດີໃນໄລຍະການລະບາດຂອງພະຍາດ ໂຄວິດ19 – Vte9 *//// *////

ທຸລະກິດກະສິກໍາ ຍັງສາມາດຂະຫຍາຍຕົວໄດ້ດີໃນໄລຍະການລະບາດຂອງພະຍາດ ໂຄວິດ19

ແບ່ງປັນຂ່າວນີ້

ການລະບາດຂອງພະຍາດໂຄວິດ-19 ອາດຈະກະທົບຕໍ່ທຸລະກິດຂະແໜງການດ້ານບໍລິການ ແຕ່ສໍາລັບທຸລະກິດກະສິກໍາເຫັນວ່າຍັງມີທ່າແຮງ ແລະ ໂອກາດສູງ ໂດຍສະເພາະແມ່ນການສົ່ງເສີມການຜະລິດພາຍໃນ ເພື່ອບໍລິໂພກ ແລະ ສົ່ງອອກໄປຕ່າງປະເທດ.

ທ່ານ ນາງ ສຸພາລັກ ພໍບຸຜາ ເຈົ້າຂອງສວນໃຜ່ນາຄຳ ໄດ້ໃຫ້ສຳພາດຕໍ່ນັກຂ່າວໂທລະພາບນະຄອນຫຼວງວຽວ່າ: ຈຸດປະສົງຂອງການເຂົ້າຮ່ວມງານຕະຫຼາດນັດກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2022 ທີ່ພະແນກກະສິກຳ ແລະປ່າໄມ້ ນວ ຈັດຂຶ້ນທີ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 25 ພຶດສະພາ-ວັນທີ 5 ມິຖຸນາ 2022 ເພື່ອເປັນການສ້າງຂະບວນການ ປູກຈິດສຳນຶກໃຫ້ປະຊາຊົນຫັນມາຊົມໃຊ້ສິນຄ້າກະສິກຳ ທີ່ຄົນລາວຜະລິດພາຍໃນປະເທດໃຫ້ຫຼາຍຂື້ນ ເວົ້າລວມ, ເວົ້າສະເພາະ, ກໍ່ເພື່ອເປັນປະກອບສ່ວນເອົາສິນຄ້າປະເພດກະສິກຳມາຈຳໜ່າຍ ເປັນຕົ້ນແມ່ນ ເບ້ຍສີດາຫົງເປົ່າສື, ເບ້ຍຫມາກມ່ວງສາຍພັນຕ່າງໆ, ເບ້ຍຫມາກເງາະ, ເບ້ຍຜັກຂະ, ເບ້ຍໝາກກະທັນ, ເບ້ຍຕົ້ນໄຜ່ລ້ຽງນ້ອງ, ເບ້ຍໝາກນາວ, ເບ້ຍຕົ້ນໝາກພ້າວ ແລະ ເບ້ຍໄມ້ຊະນິດອຶ່ນໆ ໂດຍລວມແລ້ວ ເຫັນວ່າສັງຄົມໃຫ້ຄວາມສົນໃຈຫຼາຍພໍສົມຄວນ

ນອກນັ້ນ ທ່ານຍັງໃຫ້ຮູ້ວ່າ: ພະຍາດໂຄວິດມີທັງດ້ານດີ ແລະ ບໍ່ດີ, ສໍາລັບທຸລະກິດກະສິກໍາຂອງລາວມີທ່າກ້າວກະໂດດ ເຊິ່ງມີທ່າອ່ຽງຂະຫຍາຍຕົວ ໂດຍສະເພາະການຂົນສົ່ງສິນຄ້າໄປຕ່າງປະເທດ ເຊິ່ງລັດຖະບານ ສປປ ລາວ ກໍມີນະໂຍບາຍສູງ ໃນການຂົນສົ່ງສິນຄ້າ ຖ້າຫາກດໍາເນີນຖືກຕ້ອງຕາມລະບຽບກົດໝາຍ ເຫັນວ່າມີໂອກາດສູງໃນການຂະຫຍາຍຕົວ ເຊິ່ງເປັນຈຸດດີໜຶ່ງທີ່ພາກລັດ ມີນະໂຍບາຍສົ່ງເສີມນໍາໃຊ້ສິນຄ້າ ທີ່ມີພາຍໃນຫຼຸດຜ່ອນການນໍາເຂົ້າ ໂດຍສະເພາະພືດຜັກຕ່າງໆ ປັດຈຸບັນ ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາສົ່ງເສີມຊາວກະສິກອນລາວປູກພືດກະສິກໍາເປັນສິນຄ້າເພື່ອສົ່ງອອກ.
ການເຂົ້າຮ່ວມງານຄັ້ງນີ້ ສວນໃຜ່ນາຄຳ ຍັງໄດ້ນໍາເອົາໝາກມ່ວງຫຼາຍຊະນິດມາຈຳໜ່າຍ ເພື່ອຫຼຸດ ຜ່ອນການນຳເຂົ້າຈາກຕ່າງປະເທດ, ທັງນີ້ ກໍ່ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີບັນຍາກາດຟົດຟື້ນ ຖ້າທ່ານໃດສົນສິນຄ້າປະເພດກະສິກຳ ສາມາດເຂົ້າຢ້ຽມຊົມໄດ້ທີ່ງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2022 ທີ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ບກ ກວດຂ່າວ

ຂ່າວ:ກິແກ້ວ

ພາບ: ວິໄລສັກ