*//// *//// ມວນຊົນຊາວພຸດທະສາສະນິກະຊົນ ຮ່ວມສືບສານປະເພນີຕົບພະທາດຊາຍ – Vte9 *//// *////

ມວນຊົນຊາວພຸດທະສາສະນິກະຊົນ ຮ່ວມສືບສານປະເພນີຕົບພະທາດຊາຍ

ແບ່ງປັນຂ່າວນີ້

ປະເພນີຕົບພະທາດຊາຍ ຍັງເປັນເອກະລັກອີກຢ່າງໜຶ່ງ ຂອງຊາວພຸດທະສາສະນິກະຊົນ ທີ່ປະຕິບັດກັນມາ ພາຍຫຼັງ ສີ້ນສຸດບຸນປີໃໝ່ລາວໃນທຸກໆປີ ເພື່ອເປັນການເສີມສ້າງຄວາມສາມັກຄີກັນໃນສັງຄົມລາວ ແລະ ການອະນຸຮັກວັດທະນະທຳໄວ້.

ປະເພນີຕົບພະທາດຊາຍ ຍັງເປັນອີກໜຶ່ງວັດທະນະທໍາຂອງຄົນລາວ ທີ່ສືບທອດກັນມາຍາວນານ ໃນແຕ່ລະວັດຂອບເຂດທົ່ວປະເທດ, ການຕົບພະທາດຊາຍ ຈະຈັດຂຶ້ນທຸກໆປີ ຫຼັງຈາກສີ້ນສຸດການຫຼີ້ນບຸນປີໃໝ່ລາວແລ້ວ ແລະ ຖືໄດ້ວ່າ ເປັນອີກກະລັກຢ່າງໜຶ່ງທີ່ສ້າງຄວາມຄຶກຄື້ນໃຫ້ກັບສັງຄົມ ເຊິ່ງເຫັນໄດ້ຈາກ ການຈັດງານບຸນປະເພນີຕົບພະທາດຊາຍ ຢູ່ວັດໂຊກຄໍາ ເມືອງໄຊເສດຖາ ນະຄອນ ຫຼວງວຽງຈັນ ໃນວັນທີ 29 ພຶດສະພາ ຜ່ານມາ, ໂດຍມີມວນຊົນຊາວພຸດທະສາສະນິກະຊົນ ລວມເຖິງພະສົງເຂົ້າຮ່ວມຢ່າງຫຼວງຫຼາຍ
ການຈັດງານດັ່ງກ່າວນີ້ ພຣະອາຈານ ປອ ດາວສະເດັດ ເລີດມະນີ ເຈົ້າອະທິການວັດໃຫມ່ໂຊກ ຄໍາ ໄດ້ໃຫ້ສໍາພາດຕໍ່ທີມຂ່າວ ວີທີອີ 9 ຂອງພວກເຮົາວ່າ: ປະເພນີຕົບພະທາດຊາຍ ແລະ ຖວາຍຕົ້ນໄມ້ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ໃນທາງພຸດທະສາສະໜາ, ຕາມຄວາມເຊື່ອຂອງຊາວບູຮານນະການບອກໄວ້ວ່າ ໃຜທີີ່ເຂົ້າວັດແລ້ວຢຽບດິນອອກໄປ ແມ່ນຈະມີການຈັດງານຄືນດິນໃຫ້ແກ່ວັດ ເພື່ອບໍ່ໃຫ້ເປັນບາບເປັນກໍາ ແລະ ການຖວາຍຕົ້ນໄມ້ ກໍແມ່ນເປັນການບົ່ງບອກເຖິງການປູກຕົ້ນໄມ້ ກໍຄື ວັນທີ 1 ມີຖຸນາ ທີ່ຈະມາເຖິງນີ້ ກໍເປັນວັນປຸກຕົ້ນໄມ້ແຫ່ງຊາດ ທີ່ທົ່ວປະເທດໄດ້ມີການຈັດກິດຈະກຳຂຶ້ນໃນທຸກໆປີເຊັ່ນກັນ, ທັງເປັນການຖວາຍຕົ້ນໄມ້ໃຫ້ກັບສະຖານທີ່ຕ່າງໆນໍາໄປປູກ ເພື່ອເປັນສີລິມົງຄຸນ ໃຫ້ແກ່ອອກຕົນຍາດໂຍມ ໂດຍສະເພາະ ການປູກຕົ້ນໄມ້ໃສ່ພະທາດຊາຍນີ້ ຍັງບົ່ງບອກວ່າ ຄົນເຮົາຕ້ອງມີຄວາມມານະອົດທົນ ແລະ ໝັ່ນຝຶກຝົນຫຼໍ່ຫຼອມຕົນເອງຢູ່ເລື້ອຍໆໃນການໃຊ້ຊີວິດຢູ່ໃນຍຸກປັດຈຸບັນນີ້.

ດ້ວຍ, ທັງນີ້ ກໍເພື່ອເປັນສິລິມົງຄຸນ ໃຫ້ແກ່ມວນຊົນຊາວພຸດທັງຫຼາຍ ທີ່ເຂົ້າມາຮ່ວມພາຍໃນງານໄດ້ອິ່ມບຸນອິ່ມສິນ ແລະ ຍັງເປັນການເຕົ້າໂຮມສາມັກຄີໃນທົ່ວສັງຄົມ ໄດ້ຮູ້ຈັກຮັກ ແພງເຊິ່ງກັນ ແລະ ກັນ ຜ່ານການຈັດກິດຈະຮ່ວມກັນໃນຄັ້ງນີ້ດ້ວຍ.
ຂ່າວ: ເດດອຸດົມ

ພາບ: ແສງອາລຸນ