*//// *//// ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງປາກລາຍ ເຮັດແທ້ ກວດລ້າງ ກຸ່ມແກ້ງ ,ຂັບຂີ່ລົດໄວກວນເມືອງ,ດັດແປງສະພາບເຕັກນິກລົດ – Vte9 *//// *////

ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງປາກລາຍ ເຮັດແທ້ ກວດລ້າງ ກຸ່ມແກ້ງ ,ຂັບຂີ່ລົດໄວກວນເມືອງ,ດັດແປງສະພາບເຕັກນິກລົດ

ແບ່ງປັນຂ່າວນີ້


ໃນວັນທີ່ 25 ພຶດສະພາ  2022 ຢູ່ທີ່ ກອງ ບັນຊາການ ປກສ ເມືອງປາກລາຍ ແຂວງໄຊຍະບູລີ ເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງເຊີນໃຫ້ບັນດາ ນັກຂັບຂີ່ ແລະ ພໍ່-ແມ່ ຜູປົກ,ມາເຮັດບົດບັນທຶກ ສຶກສາອົບຮົມ,ກ່າວເຕືອນຕໍ່ຜູ່ລະເມີດ ກົດລະບຽບ ຈະລາຈອນ ໃນຕົວເມືອງປາກລາຍ,ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ພັທ ພູໄຊ ເມກຕະກຸນ ຄະນະພັກຮາກຖານຮອງຫົວໜ້າ ກອງບັນຊາການ ປກສ ເມືອງປາກລາຍ ຜູ່ຊີ້ນຳ ວຽກງານ ພະແນກຕຳຫຼວດ ມີບັນທ່ານ ພັທ ອານໂພທິໄຕ ຮອງພະແນກຕຳຫຼວດ ຜູ່ຊີ້ນຳ ກອງຕຳຫຼວດ ຈະລາຈອນ,ມີພະນັກງານວິຊາການ ຕຳຫຼວດຈະລາອນ,ກຸ່ມບ້ານ ສຸວັນນະພູມ ປກສ ເມືອງປາກລາຍ, ແລະພໍ່-ແມ່ ຜູ່ປົກຄອງ,ນັກຂັບຂີ່ຜູ່ກະທຳຜິດເຂົ້າຮ່ວມຢ່າງພ້ອມພຽງ.

ຮທ ໂຈ້ ສີວິໄລ ຮອງກອງຈະລາຈອນ ປກສ ເມືອງ ປາກລາຍ ໄດ້ຂຶ້ນຜ່ານຜົນຂອງການຈັດຕັ້ງປະຕິບັດລົງເກັບກຳຕິດຕາມກວດກາຕົວຈິງ ຂອງເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງປາກລາຍ ໄດ້ແຈ້ງໃຫ້ຮູ້ວ່າ:ອີງຕາມຂໍ້ຕົກລົງ ຂອງກອງບັນຊາການ ປກສ ເມືອງປາກລາຍ ເລກທີ່ 419/ ປກສ.ມປລ ລົງວັນທີ່ 30 ເມສາ 2022 ແລະ ອີງຕາມແຜນວຽກປະຈຳອາທິດ,ອີງຕາມການລົງກວດກາຕົວຈິງໃນ ວັນທີ່ 30 ເມສາ 2022  ທີ່ຜ່ານມານີ້ ເຈົ້າໜ້າທີ່ ຕຳຫຼວດຈະລາຈອນ,ໄດ້ສົມທົບ ປກສ ກຸ່ມບ້ານ,ປກສ-ປກຊ ບ້ານໃນເຂດບ້ານ ສຸວັນນະພູມ ເມືອງປາກລາຍ ແຂວງໄຊຍະບູລີ ກວດກາພົບເຫັນນັກຂັບຂີ່ ບໍ່ເຖິງກະສຽນອາຍຸ ແລ່ນລົດໄວ,ໃຊ້ສຽງເນືອງນັນ,ດັດແປງສະພາບເຕັກນິກລົດ(ດັດແປງທໍ່ອາຍເສຍ),ຢາງນ້ອຍບໍ່ໄດ້ມາດຖານ,ບໍ່ມີເອກະສານລົດ,ບໍ່ມີໃບອານຸຍາດຂັບຂີ່ ແລະ ຂັບຂີ່ລົດໄວເປັນກຸ່ມແກ້ງ,ກວດກາພົບເຫັນມີຜູ້ລະເມີດທັງໝົດຈຳນວນ 15 ຄົນ,ມີຈຳນວນ 15 ຄັນ,ຈຶ່ງກັກໄວ້ຊົ່ວຄາວ ແລະ ຂຽນໃບສັ່ງຕາມການກະທຳຜິດ ຂອງນັກຂັບຂີ່ ເພື່ອແກ້ໄຂຕາມລະບຽບລັກການ.ລົດຈຳນວນ ດັ່ງກ່າວ ທາງເຈົ້າໜ້າທີ່ ຕຳຫຼວດຈະລາຈອນ ປກສ ເມືອງປາກລາຍໄດ້ເຮັດບົດບັນທຶກແກ້ໄຂຄະດີ ກ່າວເຕືອນ ຕາມຮູບການຂອງຜູ່ຂັບຂີ່ກະທຳຜິດ ພ້ອມດ້ວຍ ກັບພໍ່ແມ່ ຜູ່ປົກຄອງ ພ້ອມທັງໃຫ້ເຈົ້າຂອງລົດເອົາອຸປະກອນເດີມຂອງລົດມາປ່ຽນໃນສະພາບເດີມ ແລະ ປັບໃໝ ຕາມລະບຽບລັກການ ດຳລັດເລກທີ່ 188/ ນຍ.ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ.ຈຶ່ງປ່ອຍອອກໄປໄດ້.

                                                                                                                                           ທິບພະຈັນ:ຮຽບຮຽງ