*//// *//// ໂຄງການກໍ່ສ້າງ ແລະ ປັບປຸງຊົນລະປະທານ ຫ້ວຍສັດ 2 ມີຄວາມຄືບໜ້າ 5,57% ຫຼັງລົງມືກໍ່ສ້າງໄດ້ 1ເດືອນ  – Vte9 *//// *////

ໂຄງການກໍ່ສ້າງ ແລະ ປັບປຸງຊົນລະປະທານ ຫ້ວຍສັດ 2 ມີຄວາມຄືບໜ້າ 5,57% ຫຼັງລົງມືກໍ່ສ້າງໄດ້ 1ເດືອນ 

ແບ່ງປັນຂ່າວນີ້


ທ່ານ ຄຳໃສ ບົວປິ່ນ ຮອງເຈົ້າເມືອງປາກທາ ຜູ້ຊີ້ນຳໂຄງການພັດທະນາໂຄງລ່າງຊົນ ນະບົດພາກເໜືອປະຈຳເມືອງປາກທາ ພ້ອມດ້ວຍຄະນະໄດ້ລົງຊຸກຍູ້ຕິດຕາມໂຄງການກໍ່ສ້າງ ແລະ ປັບປຸງລະບົບຊົນລະປະທານຫ້ວຍສັດ2 ເຊິ່ງມີຄວາມຄືບໜ້າ 5,57% ພາຍຫຼັງລົງມືກໍ່ສ້າງມາໄດ້ 1 ເດືອນໂດຍມີຕາງໜ້າບໍລິສັດ ວິໄລພັດທະນາ ຜູ້ຮັບເໝົາໂຄງການ ແລະ ມີພະນັກງານຮັບຜິດຊອບຂອງແຂວງ,ຂອງເມືອງເຂົ້າຮ່ວມ.

ການລົງຊຸກຍູ້ຕິດຕາມການກໍ່ສ້າງຊົນລະປະທານຫ້ວຍສັດ2 ຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານສະພາບໃນການກໍ່ສ້າງຊົນລະປະທານຫ້ວຍສັດ 2 ເຊີ່ງໄດ້ດຳເນີນການກໍ່ສ້າງມາແຕ່ ວັນທີ 25 ເມສາ 2022 ຫາ ວັນທີ 25 ພຶດສະພາ 2022 ມີຄວາມຄຶບໜ້າ 5,57%, ເຊິ່ງໜ້າວຽກທີ່ສໍາເລັດປະກອບມີ ອານາໄມຄອງເໝືອງດິນຄວາມຍາວທັງໝົດ 5,155 ແມັດ,ເທເບຕົງຄອງເໝືອງ 150 ແມັດ ແລະອະນາໄມ ຕະກອນໜ້າຝາຍສໍາເລັດ 4 ຫົວງານ, ສໍາລັບການກໍ່ສ້າງດັ່ງກ່າວກໍ່ໄດ້ພົບກັບຄວາມຫຍຸ້ງຍາກເຊັ່ນວ່າ ຝົນຕົກຫຼາຍ ເຮັດໃຫ້ການກໍ່ແຕ່ລະໜ້າວຽກບໍ່ໄດ້ເຕັມເມັດເຕົມໜ່ວຍ, ສໍາລັບຊົນລະປະທານຫ້ວຍສັດ2 ກວມເອົາ 2 ບ້ານຄື ບ້ານຫາດສະແລະບ້ານຫາດດອນແກ້ວພາຍຫຼັງກໍ່ສ້າງສໍາເລັດມີຜູ້ໄດ້ຮັບຜົນປະໂຫຍດຈາກໂຄງການ 171 ຄອບຄົວ,ພົນລະເມືອງ 1,017 ຄົນ,ຍິງ 444 ຄົນ, ສາມາດຫົດເນື້້ອທີ່ເພາະປູກໄດ້ທັງທັງໝົດ210 ເຮັກຕາ, ຜະລິດໄດ້ 2 ລະດູ,ໜ້າວຽກປະກອບມີທັງໝົດ 6 ຫົວງານ, ປັບປຸງຄືນ 5 ຫົວງານ ແລະກໍ່ສ້າງໃໝ່ 1 ຫົວງານ,ປັບປຸງຄອງເໝືອງຄືນທັງໝົດ ລວມມູນຄ່າການກໍ່ສ້າງທັງໝົດ 5,8 ຕື້ກີບ, ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ ຫຼື ADB , ເຊິ່ງຈະໃຊ້ເວລາກໍ່ສ້າງ 12 ເດືອນ.

ທິບພະຈັນ: ຮຽບຮຽງ