*//// *//// ແຮງງານລາວ 190 ຄົນທີ່ຜ່ານການຄັດເລືອກ ໄດ້ຝຶກອົບຮົມກ່ອນໄປເຮັດວຽກທີ່ ສ.ເກົາຫຼີ – Vte9 *//// *////

ແຮງງານລາວ 190 ຄົນທີ່ຜ່ານການຄັດເລືອກ ໄດ້ຝຶກອົບຮົມກ່ອນໄປເຮັດວຽກທີ່ ສ.ເກົາຫຼີ

ແບ່ງປັນຂ່າວນີ້

ວັນທີ 23 ພຶດສະພາ 2022, ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດຈັດຫາງານ ໄດ້ຈັດຝຶກອົບຮົມໃຫ້ກັບແຮງງານ 190 ຄົນ ທີ່ຜ່ານການຄັດເລືອກ ເພື່ອໄປເຮັດວຽກຕາມລະດູການທີ່ ສ.ເກົາຫຼີ

ພິທີເປີດຊຸດຝຶກອົບຮົມ ແນະນໍາກ່ອນການຈັດສົ່ງແຮງງານລາວ ໄປເຮັດວຽກຕາມລະດູການ ທີ່ປະເທດ ສ.ເກົາຫຼີ ພາຍໃຕ້ການຈັດສົ່ງຂອງ ບໍລິສັດຈັດຫາງານ, ເຊິ່ງການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ໃນຄັ້ງນີ້, ມີແຮງງານລາວທີ່ຜ່ານການຄັດເລືອກ ທັງໝົດ 190 ຄົນ, ຍິງ 89 ຄົນ ຊຶ່ງຈະໄປເຮັດວຽກຢູ່ 2 ເມືອງ ຄື: ເມືອງ Yeong deok ຈໍານວນ 45 ຄົນ, ຍິງ 15 ຄົນ ແລະ ເມືອງ Hoeng seong ຈໍານວນ 145 ຄົນ, ຍິງ 74 ຄົນ.

ການຝຶກອົບຮົມຄັ້ງນີ້ ວິຊາການກົມການຈັດຫາງານ ໄດ້ແນະນໍາອະທິບາຍຂັ້ນຕອນຕ່າງໆ ໃຫ້ກັບແຮງງານລາວ ກ່ອນທີ່ຈະອອກເດີນທາງ ໄປເຮັດວຽກທີ່ ປະເທດ ສ.ເກົາຫຼີ, ຂໍ້ມູນເພີ່ມເຕີມ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 021 217738