*//// *//// ປກສ ແຂວງຄຳມ່ວນມ້າງຄະດີຢາເສບຕິດ1 ພ້ອມຂອງກາງຢາບ້າ 1.400ເມັດ – Vte9 *//// *////

ປກສ ແຂວງຄຳມ່ວນມ້າງຄະດີຢາເສບຕິດ1 ພ້ອມຂອງກາງຢາບ້າ 1.400ເມັດ

ແບ່ງປັນຂ່າວນີ້

ເພື່ອແນໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ມາໃນວັນທີ 20 ພຶດສະພາ 2022 ຜ່ານມາ; ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີການເຄື່ອນໄຫວຂອງກຸ່ມຄ້າ-ຂາຍຢາເສບຕິດ ປະເພດຢາບ້າ ຢູ່ເຮື່ອນເປົ່າໝາຍ ຢູ່ເຂດບ້ານ ສອງເໝືອງໃຕ້, ເມືອງໜອງບົກ ແຂວງຄຳມ່ວນ, ທາງເຈົ້າໜ້າທີ່ຕຳຫຼວດພະແນກວິຊາສະເພາະ ຈຶ່ງໄດ້ວາງແຜນບັນຈຸກຳລັງລົງຕິດຕາມ,ກວດກາສະຖານທີ່ດັ່ງກ່າວ ຈຶ່ງເຫັນວ່າມີຄວາມຈິ່ງແທ້ ພໍຮອດ ເວລາປະມານ 11:00 ຂອງວັນດຽວກັນ ຈຶ່ງໄດ້ເຫັນຜູ້ຊາຍໄວລຸ້ນຂັບ-ຂີ່ລົດຈັກອອກມາຈາກເຮືອນຂອງເປົ້າໝາຍເປັນຈຳນວນຫຼາຍຄັນ. ຈາກນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າປິດລ້ອມເຮື່ອນຂອງເປົ້າໝາຍ ພ້ອມທັງກວດຄົ້ນເຮືອນ ຈຶ່ງພົບເຫັນເປົ້າໝາຍເປັນເພດຍິງ ຈຳນວນ01 ຄົນ. ພ້ອມທັງໄດ້ເຄື່ອງຂອງກາງ ເປັນປະເພດຢາບ້າ ຈຳນວນ 07 ຖົງເທົ່າກັບ 1.400ເມັດ ທີ່ຜູ້ກ່ຽວຊຸກເຊື່ອງໄວ້ຢູ່ຕຽງນອນ.

  ຜ່ານການສືບສວນ-ສອບສວນຈຶ່ງຮູ້ໄດ້ວ່າ ຜູ້ຖືກຫາຊື່ ນາງ    ອຸ້ຍ ວັນມີໄຊ ອາຍຸ 47 ປີ,ເປັນປະຊາຊົນຢູ່ບ້ານສອງເໝືອງໃຕ້ ເມືອງໜອງບົກແຂວງຄຳມ່ວນ. ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າຈຳນວນດັ່ງກ່າວແມ່ນໄດ້ຊື້ມາຈາກກຸ່ມແກ໋ງຮ່ວມຂະບວນການດຽວກັນ ແລ້ວມາຈຳໜ່າຍໃຫ້ໄວລຸ້ນທົ່ວໄປພາຍໃນບ້ານ ແລະ ບ້ານໄກ້ຄຽງ ໃນລາຄາເມັດລະ 5.000ກີບ. 

 ປັດຈຸບັນຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຄຳມ່ວນ, ກຳລັງດຳເນີນການສືບສວນ-ສອບສວນຂະຫຍາຍຜົນຫາກຸ່ມແກ໋ງທີ່ຮ່ວມຂະບວນການກະທຳຜິດຄ້າ-ຂາຍຢາເສບຕິດໃນຄັ້ງນີ້ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຮຽບຮຽງ:ທິບພະຈັນ