*//// *//// ການນຳເມືອງທ່າແຕງ ຮ່ວມປູກຕົ້ນໄມ້ຢູ່ເຂດຍອດນໍ້າດາດຢາກ ບ້ານໂກງຕາຢູນ  – Vte9 *//// *////

ການນຳເມືອງທ່າແຕງ ຮ່ວມປູກຕົ້ນໄມ້ຢູ່ເຂດຍອດນໍ້າດາດຢາກ ບ້ານໂກງຕາຢູນ 

ແບ່ງປັນຂ່າວນີ້


ບ້ານໂກງຕາຢູນ ເມືອງທ່າແຕງ ຈັດພິທີປູກຕົ້ນໄມ້ ໃນພື້ນທີ່ທຳມະຊາດເຂດຍອດນໍ້າດາດຢາກ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດໂດຍມີ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງທ່າແຕງ, ມີຂະແໜງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ ແລະ ປະຊາ ຊົນ ເຂົ້າຮ່ວມໂດຍໄມ້ມາປູກໃນຄັ້ງນີ້, ປະກອບມີ ໄມ້ດູ່ສົ້ມ ແລະ ໄມ້ທີ່ຫາໄດ້ໃນທ້ອງຈຳນວນ 400 ເບ້ຍ ແລະ ປູກໃນເນື້ອທີ່ 1 ເຮັກຕາ.

ທ່ານ ອ່ອນຫລ້າ ວັນສົນ ນາຍບ້ານໂກງຕາຢູນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງເປັນວັນດຽວກັນກັບວັນເດັນນ້ອຍສາກົນຕິດພັນກັບວັນສົ່ງເສີມສຸຂະພາບເດັກ, ໃນເມື່ອແຕ່ກ່ອນປະຊາຊົນບັນດາເຜົ່າ ສ່ວນໃຫຍ່ ໄດ້ຕິດພັນກັບຊັບພະຍາກອນທຳມະຊາດ ເພື່ອອາໄສຮັບໃຊ້ຊີວິດການເປັນຢູ່, ຍ້ອນເຫັນໄດ້ບົດບາດ ແລະ ຄວາມສຳຄັນຄືແນວນັ້ນ ພັກ-ລັດຖະບານ ຈຶ່ງໄດ້ກຳນົດເອົາວຽກງານການພັດທະນາກະສິກຳ ແລະ ປ່າໄມ້ ເປັນວຽກເສດຖະກິດ ທີ່ສຳຄັນຂອງຊາດ, ທັງເປັນຫ່ວງເປັນໄຍ ແລະ ໃຫ້ຄວາມສຳຄັນຕໍ່ການຄຸ້ມຄອງຊັບພະຍາກອນປ່າໄມ້ 

ໂອກາດນີ້, ທ່ານ ສຸພົນ ໄຊສະຫງ່າ ໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງພັກ-ລັດ, ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເປັນເຈົ້າການຄຸ້ມຄອງ, ປົກປັກຮັກສາຊັບພະຍາກອນປ່າໄມ້ທີ່ມີໃນພູມລຳເນົາ ຫລື ທ້ອງຖິ່ນໃຫ້ນັບມື້ນັບເພີ່ມຂຶ້ນ.

ທິບພະຈັນ:ຮຽບຮຽງ