*//// *//// ຄຳມ່ວນ-ບໍລິຄຳໄຊ ພົບປະແລກປ່ຽນບົດຮຽນຂົງເຂດຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ  – Vte9 *//// *////

ຄຳມ່ວນ-ບໍລິຄຳໄຊ ພົບປະແລກປ່ຽນບົດຮຽນຂົງເຂດຖະແຫຼງຂ່າວວັດທະນາທຳ ແລະ ທ່ອງທ່ຽວ 

ແບ່ງປັນຂ່າວນີ້

ພະແນກ ຖະແຫລງຂ່າວວັດທະນະທຳ ແລະທ່ອງທ່ຽວ(ຖວທ) ແຂວງຄຳມ່ວນ ແລະ ພະແນກ ຖວທ ແຂວງ ບໍລິຄຳໄຊ ພົບປະແລກປ່ຽນບົດຮຽນ ທາງດ້ານວິຊາການຮ່ວມກັນ ໂດຍສະເພາະ ວຽກງານບໍລິຫານ ແລະ ດ້ານການທ່ອງທ່ຽວ, ການບໍລິການເອກະສານຜ່ານປະຕູດຽວ, ການຈັດເກັບລາຍຮັບວິຊາການ, ການປັບປຸງລະບົບກົງຈັກການຈັດຕັ້ງ, ການເປີດຕ້ອນຮັບນັກທ່ອງທ່ຽວ, ການໂຄສະນາດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດ ໃຫ້ເຂົ້າມາບໍລິການ ການທ່ອງທ່ຽວໃຫ້ນັບມື້ຫລາຍຂຶ້ນ ແລະ ບັນຫາສຳຄັນອື່ນໆ.

ໃນໂອກາດນີ້, ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງຄຳມ່ວນ ໄດ້ລາຍງານກ່ຽວກັບການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ທົ່ວແຂວງມີສະຖານີວິທະຍຸ 6 ແຫ່ງ ໃນນັ້ນ ຢູ່ຂັ້ນແຂວງ 1 ແຫ່ງ ແລະ ຂັ້ນເມືອງ 5 ແຫ່ງ, ສະຖານີໂທລະ ພາບ1 ແຫ່ງ, ບໍລິສັດໂທລະພາບໃຊ້ສາຍ 1 ບໍລິສັດ ແລະ ບໍ ລິສັດໂທລະພາບ ດີຈິຕອນ 1 ບໍລິສັດ, ຈຳນວນບ້ານທີ່ມີລະບົບໂທລະໂຄ່ງ 511 ບ້ານກວມເອົາ 89% ຂອງຈຳນວນບ້ານໃນທົ່ວແຂວງ, ມີຄອບຄົວວັດທະນະທຳ 74.866 ບ້ານ ກວມເອົາ 90,13%, ປະກາດເປັນບ້ານວັດທະນະທຳແລ້ວ 528 ບ້ານ ເທົ່າກັບ 92,97%, ມີໂຮງແຮມ ທັງໝົດ 25 ແຫ່ງ, ເຮືອນພັກ 104 ແຫ່ງ, ຮ້ານອາຫານ 138 ແຫ່ງ, ມີແຫລ່ງທ່ອງທ່ຽວ 209 ແຫ່ງ. ໃນນີ້ແຫລ່ງທ່ອງທ່ຽວທາງທຳມະຊາດ 145 ແຫ່ງ, ວັດທະນະທຳ 33 ແຫ່ງ ແລະ ແຫລ່ງທ່ອງທ່ຽວທາງປະຫວັດສາດ 31 ແຫ່ງ. 

ທິບພະຈັນ:ຮຽບຮຽງ