*//// *//// ສິ່ງທີ່ແຮງງານລາວ ຕ້ອງຮູ້ກ່ອນໄປເຮັດວຽກຢູ່ ສ. ເກົາຫຼີ – Vte9 *//// *////

ສິ່ງທີ່ແຮງງານລາວ ຕ້ອງຮູ້ກ່ອນໄປເຮັດວຽກຢູ່ ສ. ເກົາຫຼີ

ແບ່ງປັນຂ່າວນີ້

ແຮງງານລາວ ທີ່ມີຄວາມຕ້ອງການໄປເຮັດວຽກລະດູການ ໄລຍະ 5 ເດືອນ ຢູ່ ສ. ເກົາຫລີ ໃນຂະແໜງກະສິກຳ. ສາມາດໄປລົງທະບຽນ ຢູ່ຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຂວງ, ເມືອງ ແລະ ຈຸດບໍລິການຈັດຫາງານ ຈຳນວນ 19 ບ່ອນທົ່ວປະເທດ. ໂດຍເງື່ອນໄຂຂອງຜູ້ສະໝັກ ແມ່ນເພດຍິງ ແລະ ຊາຍ ຊຶ່ງມີອາຍຸລະຫວ່າງ 25-45 ປີ. ສ່ວນກະກຽມເອກະສານທີ່ຈໍາເປັນຕ້ອງກຽມມີ: ບັດປະຈໍາຕົວ, ສຳມະໂນຄົວ,ໜັງສືຜ່ານແດນ(ພັສສະປອດ), ໃບຢັ້ງຢືນທີ່ຢູ່, ໃບຊີວະປະຫວັດຫຍໍ້, ໃບແຈ້ງໂທດ, ໃບຢັ້ງຢືນສັກວັກຊີນ 3 ເຂັມຂຶ້ນໄປ, ຮູບ 4×6 ແລະ 3,5×4,5 ຈຳນວນ 6 ໃບ.

ພາຍຫຼັງທີ່ຂຶ້ນທະບຽນແລ້ວ ໃຫ້ສົ່ງລາຍຊື່ຂອງຜູ້ອອກແຮງງານໃຫ້ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ທຸກໆເດືອນ ເພື່ອຈະກໍານົດເວລາ ແລະ ແຈ້ງໃຫ້ບໍລິສັດຈັດຫາງານທີ່ໄດ້ຮັບການມອບໝາຍ ດຳເນີນການສຳພາດ ແລະ ຄັດເລືອກຕາມມາດຖານ ແລະ ເງື່ອນໄຂຂອງນາຍຈ້າງ. ສໍາລັບອັດຕາຄ່າຈ້າງ ແລະ ຄ່າໃຊ້ຈ່າຍຕ່າງໆ ແມ່ນບໍລິສັດຈະດໍາເນີນການເຜີຍແຜ່ໃນເວລາທີ່ສໍາພາດ ແລະ ຄັດເລືອກ ເອົາແຮງງານ ເນື່ອງຈາກວ່າແຕ່ລະເມືອງມີຄ່າໃຊ້ຈ່າຍ ແລະ ລາຍຮັບທີ່ແຕກຕ່າງກັນ