*//// *//// ປະຊາຊົນບ້ານນາຄານ ເມືອງປາກລາຍໂຮມນໍ້າໃຈສ້າງຂົວຂ້າມນໍ້າຄານ ແຫ່ງໃໝ່  – Vte9 *//// *////

ປະຊາຊົນບ້ານນາຄານ ເມືອງປາກລາຍໂຮມນໍ້າໃຈສ້າງຂົວຂ້າມນໍ້າຄານ ແຫ່ງໃໝ່ 

ແບ່ງປັນຂ່າວນີ້

ທ່ານ ກອງສີ ວົງສີ ເຈົ້າເມືອງປາກລາຍ ພ້ອມຂະແໜ່ງການທີ່ກ່ຽວຂ້ອງຈາກ ຫ້ອງ ການໂຍທາທິການ ແລະ ຂົນສົ່ງເມືອງ ລົງຕິດຕາມ, ຊຸກຍູ້ ແລະ ມອບວັດສະດຸກໍ່ສ້າງຂົວໃຫ້ຄະນະປົກຄອງບ້ານນາຄານ ທີ່ກຳລັງປັບປຸງ ກໍ່ສ້າງຂົວຂ້າມນໍ້າຄານແຫ່ງໃໝ່. 

ໂອກາດນີ້, ທ່ານນາຍບ້ານນາຄານ ໄດ້ໃຫ້ຮູ້ວ່າ: ຂົວຂ້າມນໍ້າຄານ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 30 ເມສາ 2022 ເປັນຕົ້ນມາ ໂດຍແມ່ນທຶນປະກອບສ່ວນຂອງພໍ່ແມ່ປະຊາຊົນພາຍໃນບ້ານ, ແຮງງານງານລວມບ້ານ ແລະ ທຶນປະກອບສ່ວນຈາກຜູ້ປະກອບການ ທັງພາກລັດ ແລະເອກະຊົນ ລວມມູນຄ່າທັງໝົດ 65 ລ້ານກ່ວາກີບ, ຂົວດັ່ງກ່າວ ກ້ວາງ 3 ແມັດ, ຍາວ 24 ແມັດ, ເສົາເທເບຕົງເສີມເຫລັກ, ພື້ນປູດ້ວຍໄມ້ແປນ, ຫລັງ ຄາມຸງສັງກະສີ, ຂົວສາມາດຮັບນໍ້າໜັກໄດ້ 6 ໂຕນ. ສ່ວນໜ້າວຽກທີ່ພ້ອມກັນເຮັດປັດຈຸບັນແມ່ນພະນັກສອງຂ້າງຂົວ, ຖົມດິນໜ້າສົ້ນຂົວທັງສອງເບື້ອງ.

ມາຮອດປັດຈຸບັນ, ຂົວບ້ານດັ່ງກ່າວຈະສ້າງສໍາເລັດ ແລະ ຈະເປີດໃຫ້ນໍາໃຊ້ຢ່າງເປັນທາງການໃນວັນທີ 30 ພຶດສະພາ 2022 ນີ້, ພາຍຫລັງກໍ່ສ້າງສຳເລັດແລ້ວ ຈະເຮັດໃຫ້ການໄປມາ-ມາຫາສູ່ກັນ ລະຫ່ວາງບ້ານຕໍ່ບ້ານ ມີຄວາມສະດວກສະບາຍດີຂຶ້ນ ແລະ ບ້ານອ້ອມຂ້າງສາມາດທຽວໄປ-ມາຫາສູ່ພົວພັນ ພົບປະແລກປ່ຽນຊື້-ຂາຍສິນຄ້າ ໄດ້ຢ່າງສະດວກສະບາຍ. 

ທິບພະຈັນ:ຮຽບຮຽງ