*//// *//// ປະກາດ ມສ ສາທິດ ເປັນໂຮງຮຽນຕົວແບບຄຸນນະພາບ  – Vte9 *//// *////

ປະກາດ ມສ ສາທິດ ເປັນໂຮງຮຽນຕົວແບບຄຸນນະພາບ 

ແບ່ງປັນຂ່າວນີ້

ໂຮງຮຽນມັດທະຍົມສຶກສາສົມບູນສາທິດ ນະຄອນຫລວງວຽງຈັນ ໄດ້ຮັບໃບຢັ້ງຢືນເປັນ ໂຮງຮຽນຕົວແບບຄຸນນະພາບ ສົກຮຽນ 2019-2020 ແລະ ຈັດພິທີເປີດປ້າຍຢ່າງເປັນທາງການ ໃນວັນທີ 18 ພຶດສະພາ ຜ່ານມາ ຕາມຂໍ້ຕົກລົງຂອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ວ່າດ້ວຍການເຫັນດີມອບໃບ ຢັ້ງຢືນໃຫ້ໂຮງຮຽນຕົວແບບຄຸນນະພາບ ຈຳນວນ 5 ໂຮງຮຽນ ໂດຍມີ ທ່ານ ສົມພອນສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ທ່ານ ວິຊ່ຽນ ທອງທະວິ ຮອງຄະນະບໍດີ ຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ຊີ້ນຳໂຮງຮຽນມັດທະຍົມສຶກສາສົມບູນສາທິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ນາງ ພອນສີ ອໍລະອິນ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນສາທິດ ໄດ້ໃຫ້ຮູ້ວ່າ: ໂຮງຮຽນມັດທະຍົມສຶກສາສົມບູນສາທິດ ດ້ານວິຊາການ ແມ່ນຂຶ້ນກັບຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ການຊີ້ນຳຂອງຄະນະບໍດີ ຄະນະສຶກສາສາດ. ສ່ວນດ້ານວິຊາສະເພາະແມ່ນຂຶ້ນກັບ ຫ້ອງການສຶກສາທິການ ແລະ ກິລາເມືອງໄຊທານີ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຕາມທິດຊິ້ນຳຂອງກະຊວງສຶກສາທິການ ແລະ ກິລາ, ໃນໂຮງຮຽນມີຄູທັງໝົດ 59 ຄົນ, ຍິງ 43 ຄົນ, ມີນັກຮຽນທັງໝົດ 2.047 ຄົນຍິງ 1.105 ຄົນ, ມີ 35 ຫ້ອງຮຽນ ແລະ ມີອາຄານຮຽນ 5 ຫລັງ.

ໄລຍະຜ່ານມາ ໂຮງຮຽນ ມສ ສາທິດ ໄດ້ມີການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ເປັນຕົ້ນ ດ້ານການເມືອງ-ແນວຄິດ, ດ້ານວິຊາສະເພາະແລະ ດ້ານການເຄື່ອນໄຫວຕ່າງໆ. ພ້ອມນີ້, ຍັງໄດ້ສຶກສາອົບຮົມນັກຮຽນຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ ເຮັດໃຫ້ນັກຮຽນໄດ້ຮັບໃບປະກາດແດງ ແລະ ໄດ້ຮັບໃບຍ້ອງຍໍນັກຮຽນເກັ່ງຮອບດ້ານ, ພ້ອມທັງເຮັດໃຫ້ໂຮງຮຽນໄດ້ຮັບການຍ້ອງຍໍ ແລະ ຢັ້ງຢືນຂັ້ນຕ່າງໆ ຄື: ຜົນ ງານກົມກອງລວມໝູ່ຂອງການຍ້ອງຍໍທັງໝົດ 597 ໃບ ປະກອບມີ ຫລຽນໄຊຊັ້ນ 2 ມີ 1 ໜ່ວຍ, ຊັ້ນ 3 ມີ 4 ໜ່ວຍ, ຫລຽນກາແຮງງານ 15 ໜ່ວຍ, ຍ້ອງຍໍຂັ້ນລັດຖະບານ 7 ໃບ, ຂັ້ນສູນກາງ 67 ໃບ, ຂັ້ນກະຊວງ 177 ໃບ ແລະ ຂັ້ນອື່ນໆ 326 ໃບ. ຈາກຜົນງານດັ່ງກ່າວນັ້ນ, ມສ ສາທິດ ກໍຄື ໜ່ວຍພັກ ສາມາດຢັ້ງຢືນເປັນໜ່ວຍພັກເຂັ້ມແຂງຮອບດ້ານແຕ່ປີ 2014-2016 ແລະ ໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນ ແຕ່ປີ 2017-2021 ເປັນເວລາ 5 ປີຕິດຕໍ່ກັນ.

ທິບພະຈັນ:ຮຽບຮຽງ