*//// *//// ເກີດເຫດລົດ ແລະ ຄົນຕົກເຂື່ອນບ້ານນາລັງ ເມືອງເຟືອງແຂວງວຽງຈັນ  – Vte9 *//// *////

ເກີດເຫດລົດ ແລະ ຄົນຕົກເຂື່ອນບ້ານນາລັງ ເມືອງເຟືອງແຂວງວຽງຈັນ 

ແບ່ງປັນຂ່າວນີ້


ເກີດເຫດລົດກະບະ ພ້ອມຜູ້ໂດຍສານຈຳນວນຫນື່ງ ແລ່ນເຂົ້າໂຄ້ງ ເສຍຫລັກ ເຮັດໃຫ້ ລົດຕົກນໍ້າເຂື່ອນບ້ານນາລັງ ເມືອງເຟືອງ ແຂວງວຽງຈັນ ເຮັດໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສາຍເດີນທາງໄປນຳ ຕິດຢູ່ໃນລົດ ປະຊາຊົນພາກັນຊ່ວຍເຫລືອ.

ເຫດການດັ່ງກ່າວ ເກີດຂຶ້ນເວລາປະມານ 14:30 ໂມງ ຂອງວັນທີ 18 ພຶດສະພາ 2022 ບ່ອນເກີດເຫດເປັນທາງໂຄ້ງ  ລົດຄັນປະສົບອຸບັດຕິເຫດ ແມ່ນລົດເດີນທາງ         ມາຈາກນະຄອນຫລວງວຽງຈັນ ພາຍຫລັງເກີດເຫດ ມີປະຊາຊົນພົບເຫັນ ຈິ່ງມາກັນຊ່ວຍນຳອອກຈາກລົດ ແລະ ນຳສົ່ງໂຮງຫມໍ.

ທິບພະຈັນ:ຮຽບຮຽງ