*//// *//// ຕະຫຼາດ ສ.ເກົາຫຼີ ຕ້ອງການແຮງານລາວ 1 ພັນກວ່າຄົນ ແລະ ລາວ ກຽມຈະສົ່ງໄປ ເດືອນມິຖຸນາ ນີ້ – Vte9 *//// *////

ຕະຫຼາດ ສ.ເກົາຫຼີ ຕ້ອງການແຮງານລາວ 1 ພັນກວ່າຄົນ ແລະ ລາວ ກຽມຈະສົ່ງໄປ ເດືອນມິຖຸນາ ນີ້

ແບ່ງປັນຂ່າວນີ້

ປັດຈຸບັນ ສ. ເກົາຫຼີ ພວມຕ້ອງການແຮງງານລາວ 1.000 ກວ່າຄົນ ເພື່ອໄປເຮັດວຽກ ແລະ ຈຳນວນດັ່ງກ່າວ ແມ່ນຈະມີການຈັດສົ່ງໃນເດືອນມິຖຸນາ ທີ່ຈະມາເຖິງນີ້.

ຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຈັດສົ່ງຜູ້ອອກແຮງງານລາວ ໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ຮ່ວມກັບເມືອງ Yeongdeok-Gun, Hoengseong-Gun ແລະ Changnyeong-Gun ແລະ ໃນໝໍ່ໆນີ້ ແມ່ນຈະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບ 4 ເມືອງອີກ, ດັ່ງນັ້ນ ຈຶ່ງມີຄວາມຕ້ອງການຜູ້ອອກ ແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ພາຍໃນເດືອນມິຖຸນາ ຫຼາຍກວ່າ 1.000 ຄົນ. ການໄປເຮັດວຽກຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບໝາຍໃຫ້ 2 ບໍລິສັດ ເປັນຜູ້ຮັບຜິດຊອບຊອກຫາແແຮງງານ, ຄັດເລືອກແຮງງານ, ດຳເນີນເອກະສານໃຫ້ແຮງງານ, ຕິດຕາມ ແລະ ຄຸ້ມຄອງຜູ້ອອກ ແຮງງານຕະຫຼອດໄລຍະເວລາເຮັດວຽກຢູ່ ສ.ເກົາຫຼີ. ໂດຍຜູ້ອອກແຮງງານບໍ່ຈຳເປັນຕ້ອງຮຽນຮູ້ພາສາເກົາຫຼີ ຂໍແຕ່ມີສຸຂະພາບແຂງແຮງງານດີ, ຢູ່ໃນເກນອາຍຸ 25-45 ປີ ແລະ ມີຄວາມຕ້ອງການຢາກເຮັດວຽກແທ້ ກໍສາມາດສະໝັກໄດ້. ສ່ວນຄ່າໃຊ້ຈ່າຍໃນການໄປເຮັດວຽກທັງໝົດ ເຊັ່ນ: ຄ່າປະກອບເອກະ ສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງ.