*//// *//// 4 ເດືອນປີ 2022 ລາວ ມີມູນຄ້າການຄ້າບັນລຸ 950 ລ້ານໂດລາສະຫະລັດ ແລະ ຂາດດຸນເຖິງ 102 ລ້ານໂດລາ – Vte9 *//// *////

4 ເດືອນປີ 2022 ລາວ ມີມູນຄ້າການຄ້າບັນລຸ 950 ລ້ານໂດລາສະຫະລັດ ແລະ ຂາດດຸນເຖິງ 102 ລ້ານໂດລາ

ແບ່ງປັນຂ່າວນີ້

ສູນຂໍ້ມູນຂ່າວສານການຄ້າ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປລາວ ປະຈໍາເດືອນ 4 ປີ 2022 ບັນລຸໄດ້ 950 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ 424 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າປະຕິບັດໄດ້ 526 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 102 ລ້ານໂດລາ, ເຊິ່ງ ໝວດສິນຄ້າສົ່ງອອກຫຼັກ ມີ ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງ​ທີ່​ເຮັດ​ດ້ວຍ​ເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ ແລະ ຝຸ່ນ (ປຸ໋ຍ), ໝວດສິນຄ້ານໍາເຂົ້າຫຼັກ ແມ່ນພາຫະນະທາງບົກ, ນ້ຳມັນກາຊວນ, ອຸປະກອນກົນຈັກ, ເຍື່ອໄມ້ ແລະ ເສດເຈ້ຍ, ຊິ້ນສ່ວນອາໄຫຼ່ລົດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຈ້ຍ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍເຍື່ອເຈ້ຍ ແລະ ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້, ໃນນັ້ນ 5 ປະເທດທີ່ ສປປລາວ ສົ່ງອອກຫຼັກ ຈີນ 137 ລ້ານໂດລາ, ຫວຽດນາມ 106 ລ້ານໂດລາ, ໄທ 65 ລ້ານໂດລາ, ອົດສຕາລີ 32 ລ້ານໂດລາ ແລະ ສະວິດເຊີແລນ 14 ລ້ານໂດລາ ແລະ ກໍມີ 5 ປະເທດທີ່ ສປປລາວ ນໍາເຂົ້າຫຼັກ ຄື: ໄທ 238 ລ້ານໂດລາ, ຈີນ 157 ລ້ານໂດລາ, ຫວຽດນາມ 47 ລ້ານໂດລາ, ສ ອາເມລິກາ 18 ລ້ານໂດລາ ແລະ ຍີ່ປຸ່ນ 12 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ປີ 2022 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.