*//// *//// ບັນຫາອັດຕາແລກປ່ຽນເປັນໜຶ່ງໃນມາດຕະການທີ່ ທະນາຄານແຫ່ງ ສປປ ລາວ ຈະເລັ່ງແກ້ໄຂ  – Vte9 *//// *////

ບັນຫາອັດຕາແລກປ່ຽນເປັນໜຶ່ງໃນມາດຕະການທີ່ ທະນາຄານແຫ່ງ ສປປ ລາວ ຈະເລັ່ງແກ້ໄຂ 

ແບ່ງປັນຂ່າວນີ້

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ຖະແຫຼງຂ່າວກ່ຽວກັບ “ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ”, ລະບຸວ່າ: ໃນໄລຍະ 4 ເດືອນຕົ້ນປີ 2022, ເງິນກີບອ່ອນຄ່າເຖິງ 18,36% ທຽບກັບ ເງິນໂດລາ ແລະ 9,4% ທຽບກັບເງິນບາດ, ເຊິ່ງເປັນການແຂງຄ່າສຸດໃນຮອບສອງປີ ແລະ ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານໍ້າມັນເຊື້ອໄຟໃນຕະຫຼາດສາກົນທີ່ໄດ້ເພີ່ມຂຶ້ນເຖິງ 65,17% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສົມ ທົບກັບທ່າອ່ຽງການເພີ່ມຂຶ້ນຂອງອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ ທີ່ລ້ວນແຕ່ສົ່ງຜົນເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຢູ່ພາຍໃນປະເທດສູງຂຶ້ນ ບວກກັບ ພຶດຕິກໍາ ຄວາມຊິນເຄີຍຂອງຄົນໃນສັງຄົມລາວຕໍ່ກັບການນໍາໃຊ້ສິນຄ້ານໍາເຂົ້າ ໄດ້ສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຄ່າເງິນກີບ.

ແມ່ນວ່າ ດ້ານການຄ້າກັບຕ່າງປະເທດຂອງລາວເຮົາ ໄດ້ເລີ່ມມີທ່າອ່ຽງດີຂຶ້ນເມື່ອທຽບກັບປີຜ່ານມາ ແລະ 4 ເດືອນຕົ້ນປີ 2022 ຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງລາວ ໄດ້ເກີນດຸນຢູ່ລະດັບ 589,66 ລ້ານໂດລາ, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ຂະນະທີ 98% ຂອງມູນຄ່າການນໍາເຂົ້າ ແມ່ນໄດ້ມີການໂອນອອກຜ່ານລະບົບທະນາຄານ ເຮັດໃຫ້ທະນາຄານປະເຊີນກັບສະພາບການມີກະ ແສເງິນອອກປະເທດ ຜ່ານລະບົບທະນາຄານຫຼາຍກວ່າ ມີກະແສເງິນເຂົ້າປະເທດ ຜ່ານລະບົບທະນາຄານເຖິງ 143% ເມື່ອທຽບໃສ່ໄລຍະດຽວກັນກັບປີຜ່ານມາ. ເຊິ່ງການເໜັງຕີງຂອງຄ່າເງິນກີບ ຍັງໄດ້ຮັບຜົນກະທົບຫຼາຍຈາກຈິດຕະສາດຂອງສັງຄົມ ທີ່ກໍາລັງແຕກຕື່ນຍ້ອນມີຄວາມກັງວົນຫຼາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ບາງສະພາບປາ ກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມຄື: ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງກັບລະບຽບກົດໝາຍໃນແຕ່ລະວັນ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດຕໍ່ຄວາມເປັນຊາດໃຫ້ຕໍ່າລົງ, ທັງໝົດໄດ້ສົ່ງຜົນກະທົບຢ່າງໜັກ ເຮັດໃຫ້ສະພາບອັດຕາແລກປ່ຽນຂອງປະເທດໄລຍະທ້າຍເດືອນມີນາ-ເດືອນເມ ສາ ໄດ້ເໜັງຕີງແຮງໃນທິດທາງອ່ອນຄ່າ ຫຼາຍກວ່າລະດັບດຸນສະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນສົ່ງຜົນກະ ທົບຕໍ່ທຸກພາກສ່ວນໃນສັງຄົມ ລາຄາສິນຄ້າ-ຄ່າບໍລິການ ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາທຸກຄົນໃນສັງຄົມ

ເພື່ອແກ້ໄຂບັນຫາດັ່ງກ່າວ, ທະນາຄານແຫ່ງ ສປປລາວ ຈະສືບຕໍ່ສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນຮັບຜິດຊອບ ດໍາເນີນມາດຕະການທີ່ເຂັ້ມຂຸ້ນຕໍ່ບຸກຄົນ, ນິຕິບຸກຄົນທີ່ເຄື່ອນໄຫວດ້ານເງິນຕາຕ່າງປະ ເທດແບບບໍ່ສອດຄ່ອງກັບລະບຽບກົດໝາຍ, ເຂັ້ມງວດການຄຸ້ມຄອງບັນດາຮ້ານແລກປ່ຽນເງິນຕາຕົວແທນດ້ວຍການ ນໍາໃຊ້ມາດຕະການບໍລິຫານທີ່ເຄັ່ງຄັດຫຼາຍຂຶ້ນ ຜ່ານທັງກົນໄກກວດກາໂດຍກົງຂອງທະນາຄານແຫ່ງ ສປປລາວ ແລະ ຜ່ານການຊີ້ນໍາໃຫ້ທະນາຄານທຸລະກິດໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການປະກອບສ່ວນວຽກງານຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ ແລະ ຄຸ້ມຄອງຮ້ານແລກປ່ຽນເງິນຕາຕົວແທນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຕ່ລະທະນາຄານທຸລະກິດ ໃຫ້ເຄື່ອນໄຫວສອດຄ່ອງກັບລະບຽບທີ່ທະນາຄານກໍານົດອອກ ແລະ ກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດຫຼາຍຂຶ້ນ, ພ້ອມປະຕິບັດມາດຕະການຕໍ່ຜູ້ລະເມີດ ໃນການເຄື່ອນໄຫວທີ່ເປັນລັກສະນະສ້າງຄວາມປັ່ນປ່ວນດ້ານອັດຕາແລກປ່ຽນເປັນການສ້າງຄວາມບໍ່ສະຫງົບ ແລະ ສ້າງຄວາມເສຍຫາຍໃຫ້ແກ່ເສດຖະກິດຂອງຊາດ ຂັດກັັບກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ