*//// *//// ລາວ ໄດ້ຫຼຽນທອງແດງທໍາອິດ ກີລາປັນຈັດສີລັດ ໃນຊີເກມຄັ້ງທີ 31 – Vte9 *//// *////

ລາວ ໄດ້ຫຼຽນທອງແດງທໍາອິດ ກີລາປັນຈັດສີລັດ ໃນຊີເກມຄັ້ງທີ 31

ແບ່ງປັນຂ່າວນີ້

ກີລາປັນຈັດສີລັດ ເປັນໜຶ່ງໃນ 29 ປະເພດກີລາ ທີ່ ສປປລາວ ສົ່ງເຂົ້າແຂ່ງຂັນໃນຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ, ໃນນັ້ນ ນາງ ປຸກກີ້ ສະເຫຼີມບຸຜາ ນັກກີລາປັນຈັດສີລັດ ທີມຊາດລາວ ປະເພດຟ້ອນດ່ຽວຍິງ, ແຂ່ງຂັນຮອບທີ 1 ປຸກກີ້ ເອົາຊະນະ ນັກກີລາຈາກ ສິງກະໂປ ດ້ວຍຄະແນນ 9.900 ຄະແນນ, ຮອບທີ 2 ປຸກກີ້ ພົບກັບນັກກີລາ ຈາກປະເທດ ອີນໂດເນເຊຍ ທີ່ເປັນແຊັມເກົ່າ ແລະ ນັກກີລາ ອິນໂດເນເຊຍ ຊະນະໄປ ເຮັດໃຫ້ ປຸກກີ້ ໄດ້ອັນດັບ 3 ໄດ້ຮັບຫຼຽນທອງແດງມາຄອງ ແລະ ເປັນຫຼຽນທຳອິດຂອງປະເທດ.

ໃນຊີເກມຄັ້ງທີ 31 ທີ່ ສສ ຫວຽດນາມ, ມາຮອດວັນທີ 11 ພຶດສະພາ 2022, ປະເທດທີ່ໄດ້ຮັບຫຼຽນ ຫຼື ນຳໜ້າໃນຊີເກມຄັ້ງນີ້ແມ່ນ ສສ ຫວຽດນາມ ປະເທດເຈົ້າພາບ ມີຫຼຽນຄຳ 10 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງແດງ 9 ຫຼຽນ ລວມເປັນ 26 ຫຼຽນ, ຮອງລົງມາແມ່ນປະເທດ ມາເລເຊຍ ມີ 16 ຫຼຽນ ແລະ ອິນໂດເນເຊຍ 7 ຫຼຽນ