*//// *//// ກິລາອີສະປອດ ສົ່ງນັກກີລາເຂົ້າແຂ່ງຊີເກມຄັ້ງທີ 31 ຈຳນວນ 50 ຄົນ ຫວັງສ້າງປະຫວັດສາດໜ້າໃໝ່ໃຫ້ລາວ – Vte9 *//// *////

ກິລາອີສະປອດ ສົ່ງນັກກີລາເຂົ້າແຂ່ງຊີເກມຄັ້ງທີ 31 ຈຳນວນ 50 ຄົນ ຫວັງສ້າງປະຫວັດສາດໜ້າໃໝ່ໃຫ້ລາວ

ແບ່ງປັນຂ່າວນີ້

ສະຫະພັນກີລາ ອີສະປອດແຫ່ງຊາດລາວ ຖະແຫຼງກຽມສົ່ງນັກກີລາອີສະປອດ 50 ຄົນ ເຂົ້າແຂ່ງຂັນຊີ ເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ, ຈະແຂ່ງທັງໝົດ 9 ລາຍການ ໃນ 10 ທີມ, ຕັ້ງເປົ້າຄືຫຼຽນລາງວັນ ເພື່ອສ້າງປະ ຫວັດສາດໜ້າໃໝ່ໃຫ້ລາວ.

ພິທີຖະແຫຼງຂ່າວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2022 ທີ່ຫ້ອງປະຊຸມຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງ, ກະຊວງສຶກສາທິການ ແລະ ກີລາ, ທ່ານ ໂຈນາທານ ສິຣິສັກສາ ປະທານສະຫະພັນກີລາ ອີສະປອດແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂຈນາທານ ສິຣິສັກສາ ໃຫ້ຮູ້ວ່າ: ສະຫະພັນກີລາອີສະປອດແຫ່ງຊາດລາວ ຈະສົ່ງຄະນະນໍາ, ກໍາມະການ, ຄູຝຶກ ແລະ ນັກກີລາ ລວມທັງໝົດ 68 ຄົນ, ໃນນີ້ ສະເພາະນັກກິລາມີ 50 ຄົນ ເຂົ້າຮ່ວມງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022, ນັກກີລາອີສະປອດ ທີມຊາດລາວ ຈະແຂ່ງຂັນ 9 ລາຍການ ໂດຍສົ່ງເຂົ້າຮ່ວມ 10 ທີມ ຄື: ປະເພດ Arena of Valor ແລະ ປະເພດ Mobile Legend Bang Bang ປະເພດ MOBA ເທິງມືຖືຕໍ່ສູ້ທີມຍຸດທະສາດ ປະເພດລະ 5 ຄົນ; ປະເພດ League of Legends ປະເພດ MOBA ຜ່ານອຸປະກອນຄອມພິວເຕີ້ຕໍ່ສູ້ທີມຍຸດທະສາດ 5 ຄົນ; ປະເພດ Mobile Legend Bang Bang ປະເພດ MOBA ເທິງມືຖືຕໍ່ສູ້ທີມຍຸດທະສາດ 5 ຄົນ; League of Legends WILD RIFT ປະເພດ MOBA ເທິງມືຖືຕໍ່ສູ້ທີມຍິງລ້ວນຍຸດທະສາດ 5 ຄົນ; League of Legends WILD RIFT ປະເພດ MOBA ເທິງມືຖືຕໍ່ສູ້ທີມຊາຍລ້ວນຍຸດທະສາດ 5 ຄົນ; CROSSFIRE ປະເພດ Shooting ທີມ ຜ່ານອຸປະກອນຄອມພິວເຕີ້ ທີມ 5 ຄົນ; PUBG Mobile ປະເພດ Shooting ທີມເທິງມືຖື ທິມ 4 ຄົນ ແລະ FREEFIRE ປະເພດ Shooting ທີມ ເທິງມືຖື ທີມ 4 ຄົນ ເຊິ່ງທັງ 2 ປະເພດແມ່ນ ສົ່ງ 2 ທີມ.
ທ່ານບອກອີກວ່າ: ເປົ້າໝາຍໃນການເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກີລາຊີເກມ ຄັ້ງນີ້ແມ່ນ ເພື່ອເປັນການເປີດໂອກາດໃຫ້ນັກກີລາອີສະປອດໃນຫຼາຍປະເພດ ໄດ້ພັດທະນາ ແລະ ມີທ່າກ້າວໃນເວທີສາກົນ ເພື່ອນໍາມາຜັນຂະ ຫຍາຍຢູ່ລາວໃນອະນາຄົດ, ທັງເປັນການສ້າງຄວາມສາມາດໃຫ້ຄູຝຶກ ແລະ ຄະນະນຳ ແຕ່ລະສະໂມສອນໄດ້ມີປະສິດ ທິພາບກວ່າເກົ່າ, ປັດຈຸບັນ ນັກກີລາອີສະປອດທີມຊາດລາວທຸກຄົນ ພ້ອມແລ້ວທີ່ຈະເຂົ້າຮ່ວມການແຂ່ງຂັນຊີເກມຄັ້ງນີ້ ແລະ ຈະສູ້ຊົນຢ່າງສຸດຄວາມສາມາດໃຫ້ໄດ້ຫຼຽນລາງວັນປະເພດຕ່າງໆ ເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ກີລາອີສະ ປອດຂອງລາວ.

ໃນການເຂົ້າຮ່ວມແຂ່ງຂັນຊີເກມຄັ້ງນີ້ ກີລາອີສະປອດ ແມ່ນໜຶ່ງໃນ 11 ປະເພດກີລາທີ່ກຸ້ມຕົນເອງດ້ານງົບປະ ມານຮັບໃຊ້ ເຊີ່ງທັງຄະນະນໍາ, ຄູຝຶກ ແລະ ນັກກີລາ ມີແຜນຈະອອກເດີນທາງໄປ ສສ ຫວຽດນາມ ເປັນ 4 ຂະບວນ ຄື: ວັນທີ 10, 13,15 ແລະ 18 ພຶດສະພາ 2022.