*//// *//// ບຸນພະເຫວດປະຈໍາປີ 2022 ທີ່ວັດໃໝ່ໂຊກຄໍາ ຮັກສາໄດ້ຮີດຄອງປະເພນີແບບທ້ອງຖິ່ນ – Vte9 *//// *////

ບຸນພະເຫວດປະຈໍາປີ 2022 ທີ່ວັດໃໝ່ໂຊກຄໍາ ຮັກສາໄດ້ຮີດຄອງປະເພນີແບບທ້ອງຖິ່ນ

ແບ່ງປັນຂ່າວນີ້

ວັນທີ 29 ເມສາ ຜ່ານມາ ທີ່ວັດໃໝ່ໂຊກຄໍາ ໄດ້ຈັດພິທີແຫ່ພະເຫວດເຂົ້າເມືອງ ໃນງານບຸນພະເວດປະຈຳປີ ໂດຍເນັ້ນການຮັກສາວັດທະນະທໍາການນຸ່ງຖືຂອງແຕ່ລະຊົນເຜົ່າ ແລະ ຮີດຄອງປະ ເພນີທ້ອງຖິ່ນແບບດັ້ງເດີມ.

ພຣະອາຈານ ດາວສະເດັດ ເລີດມະນີ ເຈົ້າອະທິການວັດໃໝ່ໂຊກຄໍາ ໄດ້ໃຫ້ສໍາພາດກັບທີມຂ່າວໂທລະພາບຂອງພວກເຮົາວ່າ: ບຸນພະເຫວດ ທີ່ວັດໃໝ່ໂຊກຄໍາ ເມືອງໄຊເສດຖາ ນ.ວ ປະຈໍາປີ 2022 ນີ້ ຖືເປັນປີທີ 2 ແລ້ວ ທີ່ທາງວັດໃໝ່ໄດ້ຈັດຂຶ້ນ ພາຍໃຕ້ຄວາມສາມັກຄີຂອງພຣະສົງ ແລະ ປະຊາຊົນພາຍໃນບ້ານ, ທັງເປັນການຫວນຄືນ ແລະ ຮັກສາວັດທະນະທໍາປະເພນີອັນດີງາມຂອງປວງຊົນລາວເຮົາມາຕັ້ງແຕ່ບູຮານນະການ, ແຕ່ເມື່ອອີງໃສ່ສະພາບບ້ານເມືອງໃນປັດຈຸບັນ ທີ່ຍັງມີການເຝົ້າລະວັງການລະ ບາດຂອງໂຄວິດ-19, ສະນັ້ນ ການຈັດງານຈຶ່ງມີຄວາມກະທັດຮັດ, ປະຫຍັດເວລາ, ຮັກສາມາດຕະການທີ່ທາງຄະນະສະເພາະກິດກໍານົດໄວ້, ແຕ່ກໍຍັງຄົງຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ້ໄດ້.

ສໍາລັບ ການຈັດງານໃນປີນີ້ ແມ່ນໄດ້ເນັ້ນໃສ່ການສົ່ງເສີມ ແລະ ຮັກສາວັດທະນະທໍາ ຮີດ 12 ຄອງ 14 ປະເພນີອັນດີງາມຂອງຊາດລາວເຮົາ, ໂດຍສະເພາະ ຮີດ 12 ນັ້ນ ແລະ ໃນໄລຍະເດືອນສີ່ລາວ ຈະເປັນບຸນພະເຫວດ ທີ່ຫຼາຍໆວັດໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ຈົນມາເຖິງປັດຈຸບັນ ແລະ ການຈັດບຸນປະເພນີດັ່ງກ່າວ ນອກຈາກຈະເປັນການຮັກສາວັດທະນະທໍາແລ້ວ ກໍຍັງເປັນການປູກ ຈິດສໍານຶກໃຫ້ກັບເຍົາວະຊົນລູກຫຼານ ໄດ້ຮູ້ເຖິງຄວາມໝາຍຄວາມສໍາຄັນຂອງງານບຸນພະເຫວດອີກດ້ວຍ.

ຂ່າວ: ຈັນດອນ

ພາບ: ແສງອາລຸນ