*//// *//// ຈັດສົ່ງແຮງງານລາວເກືອບ 100 ຄົນ ເດີນທາງໄປເຮັດວຽກຢູ່ປະເທດເກົາຫຼີ – Vte9 *//// *////

ຈັດສົ່ງແຮງງານລາວເກືອບ 100 ຄົນ ເດີນທາງໄປເຮັດວຽກຢູ່ປະເທດເກົາຫຼີ

ແບ່ງປັນຂ່າວນີ້

ນີ້ເປັນພາບຂອງແຮງງານລາວ ທີ່ໄດ້ເດີນໄປເຮັດວຽກຢູ່ປະເທດເກົາຫຼີ ຜ່ານລະບົບອະນຸຍາດການຈ້າງງານ (E-9), ໂດຍສູນບໍລິການຈັດຫາງານ ໄດ້ຈັດສົ່ງແຮງງານຈຳນວນທັງໝົດ 76 ຄົນ ໃນວັນທີ 28 ເມສາ 2022 ທີ່ສະໜາມບິນສາກົນວັດໄຕ.

ປັດຈຸບັນ ຈະເຫັນວ່າ ແຮງງານລາວ ເລີ່ມມີການທະຍອຍເດີນທາງອອກໄປເຮັດວຽກຢູ່ຕ່າງປະ ເທດເປັນຈຳນວນຫຼາຍ, ບໍ່ສະເພາະແຕ່ແມ່ນແຮງງານຊຸດນີ້, ຜ່ານມາ ບັນດາບໍລິສັດຈັດຫາງານ ກໍໄດ້ສົ່ງແຮງງານລາວອອກໄປຕ່າງປະເທດຜ່ານທາງສະໜາມບິນສາກົນວັດໄຕ, ຜ່ານດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ເຊື່ອແນວ່າ ໃນຕໍ່ໜ້ານີ້ ກໍຍັງຈະມີຊາວໜຸ່ມລາວ ຈຳນວນຫຼວງຫຼາຍ ທີ່ຈະເດີນທາງອອກໄປເຮັດວຽກຢູ່ຕ່າງປະເທດ ແລະ ສະໝັກໄປໂດຍຜ່ານບໍລິສັດຈັດງານ, ເຊິ່ງການໄປເຮັດວຽກຂອງແຮງງານເຫຼົ່ານີ້ ແມ່ນກວມເອົາຫຼາຍຂົງເຂດ.