*//// *//// ການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ທາງຍ່າງລຽບຂອງ ແຂວງບໍ່ແກ້ວ ສຳເລັດ 97% – Vte9 *//// *////

ການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ທາງຍ່າງລຽບຂອງ ແຂວງບໍ່ແກ້ວ ສຳເລັດ 97%

ແບ່ງປັນຂ່າວນີ້

ໂຄງການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນພ້ອມທາງຍ່າງລຽບແຄມຂອງແຂວງບໍ່ແກ້ວ ທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຫ້ວຍຊາຍ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງສອງ ຄືບໜ້າແລ້ວ 97%

ໂຄງການປັບປຸງທ່າເຮືອ, ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ພ້ອມທາງຍ່າງລຽບແຄມຂອງແຂວງບໍ່ແກ້ວ ທີ່ນອນຢູ່ໃນໂຄງການພັດທະນາຕົວເມືອງຫ້ວຍຊາຍ ຕາມແລວທາງອະນຸພາກພື້ນແມ່ນ້ຳຂອງສອງ, ໂດຍລວມເຫັນວ່າ ແຕ່ລະໜ້າວຽກໄດ້ດຳເນີນໄປຕາມແຜນຂອງໂຄງການ ເປັນຕົ້ນ ການກໍ່ສ້າງປ້ອງກັນຕາຝັ່ງແຄມຂອງ 960 ແມັດ, ມີທາງຍ່າງ, ມີຂົວເບຕົງເສີມເຫຼັກຂ້າມຮ່ອງ 1 ແຫ່ງ ພ້ອມລະບົບໄຟແສງສະຫວ່າງ, ກໍ່ສ້າງເສັ້ນທາງເຂົ້າ ທ່າເຮືອປູດ້ວຍເບຕົງໜາ 23 ຊັງຕີແມັດ, ກວ້າງ 6-9 ແມັດ, ມີໄຟເຍືອງທາງຄົບຊຸດ, ກໍ່ສ້າງອາຄານ 2 ຫຼັງຄື: ອາຄານບ່ອນເຮັດວຽກສຳລັັບພະນັກງານດ່ານ ແລະ ອາຄານຕ້ອນຮັບແຂກ, ນັກທ່ອງທ່ຽວ, ຜູ້ມາໃຊ້ບໍລິການດ່ານ, ຜ່ານການຈັດຕັ້ງປະຕິບັດໂຄງການດັ່ງກ່າວມາຮອອດປັດຈຸບັນ ສຳ ເລັດແລ້ວ 97% ລວມມູນຄ່າການກໍ່ສ້າງເກືອບ 2 ລ້ານໂດລາ ໂດຍແມ່ນ ບໍລິສັດ ເອັມພີກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບກໍ່ສ້າງ ແລະ ຈະມີການມອບຮັບໂຄງການຊົ່ວຄາວໃນໄວໆນີ້, ປັດຈຸບັນ ກຳລັງດຳເນີນການກໍ່ສ້າງວຽກຍ່ອຍ ແລະ ຕົບແຕ່ງ, ພ້ອມທັງ ເກັບກຳລາຍລະອຽດແຕ່ລະໜ້າວຽກໃຫ້ສຳເລັດຕາມແຜນທີ່ວາງໄວ້.