*//// *//// ການປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ຖືກລາຍງານໃນກອງປະຊຸມລັດຖະບານແລ້ວ – Vte9 *//// *////

ການປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ ຖືກລາຍງານໃນກອງປະຊຸມລັດຖະບານແລ້ວ

ແບ່ງປັນຂ່າວນີ້

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ພັນ ຄໍາ ວິພາວັນ ນາຍົກລັດຖະມົນຕີ, ເຊິ່ງກອງປະຊຸມໄດ້ຍົກເອົາ 8 ຫົວຂໍ້ທີ່ສຳຄັນເພື່ອປຶກສາຫາລື ແລະ ໜຶ່ງໃນນັ້ນກໍມີ ການປັບຊຶ້ນຄ່າແຮງຂັ້ນຕ່ຳໃໝ່ຂອງຜູ້ອອກແຮງງານ.

ໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ ຈັດຂຶ້ນໃນລະຫວ່າງ ວັນທີ 26-27 ເມສາ ແມ່ນຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນຕໍ່ 8 ຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນ ໃນການແກ້ໄຂບັນຫາລວມຂອງຊາດ ຄື: 1 ສະຫຼຸບການເຄື່ອນໄຫວວຽກງານພົົ້ນເດັ່ນ ປະຈໍາເດືອນເມ ສາ ແລະ ທິດທາງແຜນການ ປະຈໍາເດືອນພຶດສະພາ 2022 ຂອງລັດຖະບານ,​ 2 ຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ປີ 2021,​ 3. ຮ່າງນະໂຍບາຍລາຄານໍ້າປະປາ ແຫ່ງ ສປປລາວ ສະບັບປັບປຸງ,​ 4.​ ຮ່າງດໍາລັດ ວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ,​ 5.​ ຮ່າງດໍາລັດ ວ່າດ້ວຍກອງທຶນກິລາ-ກາຍຍະກໍາ,​ 6. ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025,​ 7. ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ,​ 8.​ ລາຍງານການກະ ກຽມ ການເປັນປະທານອາຊຽນ ຂອງ ສປປລາວ ໃນປີ 2024.

ຈາກນັ້ນ ປະທານກອງປະຊຸມ ກໍໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ຈົ່ງພ້ອມກັນເອົາ ໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະ ທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂໍ້ມູນ: ກົມປະຊາສຳພັນ ຫສນຍ