*//// *//// ເລີ່ມລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃນມູນຄ່າ 85,72 ລ້ານຢວນ – Vte9 *//// *////

ເລີ່ມລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃນມູນຄ່າ 85,72 ລ້ານຢວນ

ແບ່ງປັນຂ່າວນີ້

ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະ ບານ ສປຈີນ ມູນຄ່າ 85,72 ລ້ານຢວນ, ເລີ່ມລົງມືກໍ່ສ້າງແລ້ວ, ເຊິ່ງພິທີວາງສີລາລຶກໂຄງການໄດ້ຈັດຂຶ້ນໃນວັນທີ 25 ເມສາ 2022, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ເຂົ້າຮ່ວມໃນພິທີດັ່ງກ່າວໂດຍ ບັນດິດ ສາດສະດາຈານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີທ່ານ ຈຽງ ຈ່າຍຕົງ ເອກອັກຄະລັດຖະທູດ ສປຈີນ ປະຈໍາລາວ, ມີບັນດາຄະນະກຳມະການຮ່ວມມື ລາວ-ຈີນ, ຄະນະກົມພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພື່ອຜັນຂະຫຍາຍ ແລະ ການໂຄສະນາ ສາຍສຳພັນການພັດທະນາເສດຖະກິດ ແລະ ການຄ້າ ລະຫວ່າງ ສອງປະເທດລາວ-ຈີນ ແລະ ຈີນ-ລາວ ຕາມແລວທາງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ໂຄງການສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກໍເປັນແນວຄິດລິເລີ່ມໜຶ່ງຂອງແນວທາງ, ເພື່ອອອກແບບກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີ 5 ຊັ້ນ 1 ຫຼັງ, ໃນເນື້ອທີ່ 5.524ຕາແມັດ ປະກອບດ້ວຍຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງ ການ, ຫ້ອງສະໝຸດ ແລະ ຫ້ອງປະຊຸມໃຫຍ່. ນອກນີ້ ຍັງປະກອບດ້ວຍອຸປະກອນການຮຽນ-ການສອນ ທີ່ຈຳເປັນ, ອຸ ປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງ. ພາຍຫຼັງ ໂຄງການເລີ່ມການກໍ່ສ້າງ, ຄູອາຈານ ແລະ ນັກສຶກສາ 312 ຄົນ ຈະໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບໃນ 4 ຫຼັກສູດ ເພື່ອກຽມພ້ອມຮອງຮັບໃນການເປີດສູນ.
ໂຄງການດັ່ງກ່າວ ເປັນການຊ່ວຍເຫຼືອລ້າຈາກລັດຖະບານ ສປຈີນ ລວມມູນຄ່າ 85,72 ລ້ານຢວນ, ເຊິ່ງໄດ້ເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ ໂດຍສະຖາບັນອອກແບບວິສະວະກໍາເອເລັກໂຕຣນິກ ສປ ຈີນ ລະຫວ່າງ ວັນທີ 27 ມີນາ ຫາ 17 ເມສາ 2019 ແລະ ເປັນໂຄງການທຳອິດ ທີ່ດຳເນີນການໃນຮູບແບບ ຝ່າຍລາວຈັດຕັ້ງປະຕິບັດຄື: ຝ່າຍລາວມີໜ້າທີ່ຮັບຜິດຊອບໃນການສໍາຫຼວດອອກແບບ ແລະ ຄັດເລືອກເອົາຜູ້ຮັບເໝົາລວມໂຄງ ການຈາກບັນຊີບໍລິສັດຈີນ. ຄະນະຈັດຕັ້ງປະຕິບັດໂຄງການໄດ້ຄັດເລືອກບໍລິສັດທີ່ມີຄວາມພ້ອມທາງດ້ານເຕັກນິກ ແລະ ຖືກຕ້ອງຕາມເງື່ອນໄຂທີ່ກຳນົດໄວ້ ໂດຍແມ່ນ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟ ແຫ່ງ ສປຈີນ ຈໍາກັດ ໄດ້ຖືກຄັດເລືອກໃຫ້ເປັນຜູ້ຊະນະການປະມູນໂຄງການ, ຄາດວ່າຈະສຳເລັດການກໍ່ສ້າງ ແລະ ສົ່ງມອບໂຄງການໃນເວລາ 20 ເດືອນ.

ໂອກາດນີ້ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ຍັງໄດ້ກ່າວຂອບໃຈມາຍັງລັດຖະບານຈີນ ກໍຄື ປະຊາ ຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ໂຄງການດັ່ງກ່າວ ຖືວ່າເປັນເງື່ອນໄຂພື້ນຖານທີ່ດີ ສຳລັບ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກໍຄື ຂະແໜງການເຕັກໂນໂລຊີ ແລະ ການສື່ສານຂອງລາວ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດດ້ານໄອຊີທີ ແນໃສ່ປະກອບສ່ວນເຂົ້າໃນວຽກງານການຫັນເປັນເສດຖະກິດ ດິຈິຕ໋ອນ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊາຊົນລາວ.

ຂ່າວ: ເບັງ

ພາບ: ວິໄລສັກ