*//// *//// ສະມາຄົມນັກປະພັນລາວ ຈັດຖະແຫຼງ 2 ລາງວັນປະຈຳປີ 2021 – Vte9 *//// *////

ສະມາຄົມນັກປະພັນລາວ ຈັດຖະແຫຼງ 2 ລາງວັນປະຈຳປີ 2021

ແບ່ງປັນຂ່າວນີ້

ສະມາຄົມນັກປະພັນລາວ ກະຊວງຖະແຫຼ່ງຂ່າວວັດທະນາທຳ ແລະ ທ່ອງທ່ຽວ ສະຫຼຸບຜົນການຕັດສິນການມອບລາງວັນ ວັນນະກຳສ້າງສັນສຸດຍອດແຫ່ງອາຊຽນ ແລະ ລາງວັນ ວັນນະກຳແມ່ ນໍ້າຂອງ ປະຈຳປີ 2021.

ພິທີຖະແຫຼງຂ່າວການມອບລາງວັນ ວັນນະກຳສ້າງສັນສຸດຍອດແຫ່ງອາຊຽນ ແລະ ລາງວັນວັນະກຳແມ່ນໍ້າຂອງ ປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 22 ເມສາ 2022, ໂດຍເປັນປະທານຂອງທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ, ເຂົ້າຮ່ວມມີ ປອ ນາງ ບົວໄຂ ເພັງພະຈັນ ຫົວ ໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ, ມີພຣະເຖລານຸເຖລະ, ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ລາງວັນ ວັນນະກຳສ້າງສັນສຸດຍອດແຫ່ງອາຊຽນ ເປັນລາງວັນພາກພື້ນຂອງບັນດາ 10 ປະເທດສະມາຊິກອາຊຽນ ແລະ ສປປລາວ ເຂົ້າເປັນສະມາຊິກປີ 1998 ຮອດປີ 2018 ມີນັກປະພັນ, ນັກກະວີລາວ ໄປຮັບລາງວັນທີ່ບາງກອກ ປະເທດໄທ 21 ທ່ານ, ສຳລັບ ລາງວັນວັນະກຳແມ່ນໍ້າຂອງ ກໍແມ່ນອີກລາງວັນອະນຸພາກພື້ນ ບັນດາປະເທດທີ່ມີຊາຍແດນຕິດກັບແມ່ນໍ້າຂອງ 6 ປະເທດຄື: ສປປລາວ, ຫວຽດ ນາມ, ສປຈີນ, ໄທ ແລະ ມຽນມາ ທີ່ໄດ້ຈັດຂຶ້ນໃນປີ 2017 ໂດຍຜັດປ່ຽນກັນເປັນເຈົ້າພາບຮອດປີ 2019 ມີນັກປະພັນ, ນັກກະວີລາວ ໄດ້ຮັບລາງວັນ 31 ທ່ານ, ການຄັດເລືອກວັນນະກຳດີເດັ່ນ ເພື່ອຮັບລາງວັນຄັ້ງນີ້ ແມ່ນປະເພດນະວະນະຍາຍ ຫຼື ເລື່ອງຍາວ ຄັດເອົາປື້ມເລື່ອງເດັ່ນສຸດຍອດ 1 ບົດ ແລະ ລາງ ວັນແມ່ນໍ້າຂອງ ເປັນປະເພດເລື່ອງສັ້ນ, ບັນທຶກ ແລະ ກະວີ ຄັດເອົາເລື່ອງເດັ່ນສຸດຍອດ 2 ບົດ.

ສຳລັບ ເລື່ອງຍາວທີ່ສົ່ງແຂ່ງຂັນ ຊີງລາງວັນ ຊີໄຣ ຈຳນວນ 5 ເລື່ອງ ແລະ ເລື່ອງທີ່ຊະນະເລີດອັນດັບທີ 1 ແມ່ນເລື່ອງ: ຮັກນີ້ນິລັນດອນ ຂຽນໂດຍ ທິບພະເກສອນ ດວງຈັກ, ອັນດັບທີ 2 ສາຍນໍ້າທີ່ບໍ່ໄຫຼຍ້ອນກັບ ຂຽນໂດຍ ບຸນເສີນ ແສງມະນີ, ອັນດັບທີ 3 ສົງຄາມຊີວິດ ແລະ ຄວາມຮັກ ຂຽນໂດຍ ກາບແກ້ວ ທຳມະວົງ, ສ່ວນຜົນງານເລື່ອງສັ້ນ ບັນທຶກ ແລະ ກະວີ ສົ່ງຊິງລາງວັນແມ່ນໍ້າຂອງ ມີ 13 ເລື່ອງ ອັນດັບທີ 1 ໄດ້ແກ່ ບັນທຶກຫວນຄືນເສັ້ນທາງຊີວິດ ຂຽນໂດຍ ຄຳສີ ຈັນທະວີທອງ, ອັນດັບທີ 2 ເລື່ອງສັ້ນ ອາວທະຫານ ຂຽນໂດຍ ແຫຍງ ພິລາກອນ ແລະ ອັນດັບທີ 3 ກະວີ ຊັບສິນທີ່ບໍ່ແພງ ຂຽນໂດຍ ບຸນພະຫັດ ຈວງຈັນດີ.

ຂ່າວ: ຈັນດອນ

ພາບ: ວິໄລສັກ