*//// *//// ພິທີປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກັບ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໄດ້ ຮອງແຊ້ມ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ  ຢູ່ທີ່ປະເທດອິນໂດເນເຊຍ  – Vte9 *//// *////

ພິທີປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ກັບ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໄດ້ ຮອງແຊ້ມ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ  ຢູ່ທີ່ປະເທດອິນໂດເນເຊຍ 

ແບ່ງປັນຂ່າວນີ້

ວັນທີ 19 ກໍລະກົດ 2022 ຢູ່ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ມີພິທີປະດັບຫຼຽນໄຊແຮງງານຊັ້ນ II ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໄດ້ ຮອງແຊ້ມ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ຢູ່ທີ່ປະເທດອິນໂດເນເຊຍ, ເຂົ້າຮ່ວມໃນພິທີດັ່ງກ່າວໂດຍມີ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ,​ ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ, ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ, ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.​

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແມ່ນໄດ້ກ່າວຈຸດປະສົງ ແລະ ລາຍງານຫຍໍ້ຜົນສຳເລັດ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຢູ່ທີ່ປະເທດອິນໂດເນເຊຍ, ຫລັງຈາກນັ້ນໄດ້ມີພິທີປະດັບຫຼຽນໄຊແຮງຊັ້ນ II ໃຫ້ກັບຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ຈຳນວນ 37 ທ່ານ ໂດຍແມ່ນ ທ່ານ ພັນຄຳ ວິພາວັນ ເປັນຜູ້ມອບ.

ໃນໂອກາດດຽວກັນນັ້ນ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງ ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ໄດ້ ຮອງແຊ້ມ ການແຂ່ງຂັນບານເຕະ ຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ19 ປີ  ຢູ່ທີ່ປະເທດອິນໂດເນເຊຍ ແລະ ພິເສດໄປກວ່າ ພູນິນ ໄຊຍະສອນ ໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນ, ຜົນງານດັ່ງກ່າວ ແມ່ນການສ້າງຊື່ສຽງໃຫ້ກັບປະເທດຊາດ, ນຳຄວາມສູກມາສູ່ແຟນບານ, ລັດຖະບານຈຶ່ງໄດ້ມອບຫຼຽນໄຊແຮງງານຊັ້ນ II ເພື່ອເປັນສ້າງຜົນງານມາສູ່ປະເທດຊາດ.