*//// *//// ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ  – Vte9 *//// *////

ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນຮ່ວມກັນ 

ແບ່ງປັນຂ່າວນີ້

ຕາມ​ຂ່າວ ​ຈາກ​ຈີນ, ວັນ​ທີ11​ ມິຖຸນາ​ນີ້, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວ ​ຂ້າມ​ຊາຍ​ແດນ​ ແຫ່ງ​ໃໝ່ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ ມີ​ຄວາມ​ຍາວ​ ກວ່າ1​ ກິ​ໂລ​ແມັດ ​ໃຊ້​ງົບປະມານ ​ໃນ​ການ​ກໍ່ສ້າງ 342 ລ້ານ​ໂດ​ລາ​ ສະຫະລັດຫລັງ​ຈາກ​ ໄດ້​ກໍ່ສ້າງ​ເມື່ອ​ປີ 2016 ​ແລະ ສຳ​ເລັດ ​ເດືອນ​ພຶດສະພາ 2020 ​ແຕ່​ການ​ເປີດ​ຂົວ​ ຊັກ​ຊ້າ​ ອອກ​ໄປ ຍ້ອນ​ການ ​ແພ່​ລະບາດ ​ໂຄ​ວິດ-19.ສຳລັບ ຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ ຫລຸດຜ່ອນ ​ໄລຍະ​ທາງ ​ໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າ ຂ້າມ​ຊາຍ​ແດນ ລະຫວ່າງ​ ຈີນ ກັບ ຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງ ​ສຳຄັນ ຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍ ກັບ​ຈີນ ​ແລະ ຈະ​ຊ່ວຍ​ ເພີ່ມ​ມູນ​ຄ່າ ​ສິນຄ້າ ກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ ສະຫະລັດ ​ໃນ​ອີກ 2ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນ ຖື​ເປັນ​ຜູ້​ຊື້​ ສິນຄ້າ ​ປະ​ເພດ ຊັບພະຍາກອນ​ ທຳ​ມະ​ຊາດ ​ແລະຜະລິດ​ຕະພັນ ທາງ​ກະສິກຳ​ແຫ່ງ​ໃຫຍ່​ ຂອງຣັດ​ເຊຍ.

ທິບພະຈັນ:ຮຽບຮຽງ