*//// *//// ສີລັງກາ ຕ້ອງໃຊ້ເງິນຫລາຍກວ່າ 5ຕື້ໂດລາສະຫະລັດ ໃນໄລຍະ6ເດືອນຕໍ່ໜ້າ  – Vte9 *//// *////

ສີລັງກາ ຕ້ອງໃຊ້ເງິນຫລາຍກວ່າ 5ຕື້ໂດລາສະຫະລັດ ໃນໄລຍະ6ເດືອນຕໍ່ໜ້າ 

ແບ່ງປັນຂ່າວນີ້

ຕາມ​ຂ່າວ​ຈາກ ​ໂກ​ລົມ​​ໂບ, ສີ​ລັງກາ ຕ້ອງການ​ເງິນ 5ຕື້​ໂດ​ລາ​ ສະຫະລັດ ​ໃນ​ໄລຍະ 6​ເດືອນ​ຕໍ່ໜ້າ ​​ເພື່ອ​ຮັບປະກັນ​ ຊີວິດ ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ ມີ​ມາດຕະຖານ ຊີວິດ​ ຂັ້ນພື້ນຖານ ຫລັງ​ຈາກ ທ່ານ Ranil Wikramasiha, ນາຍົກ ລັດຖະມົນຕີ ສີ​ລັງກາ ຖະ​ແຫລ​ງ ຕໍ່​ສະພາວັນ​ທີ7 ​ມິຖຸນາ​ນີ້ວ່າ: ​ເພື່ອ​ໃຫ້​ສາມາດ ​ຜ່ານ​ຜ່າ ສະຖານະ​ການ ​ຄວາມ​ວຸ້ນວາຍ ​ໃນຂະນະ​ນີ້. ສີ​ລັງກາ ຕ້ອງການ​ເງິນ 3,3ຕື້​ໂດ​ລາ​ ສະຫະລັດສຳລັບ​ ນຳ​ເຂົ້ານ້ຳມັນ, ​ເງິນ 900 ລ້ານ​ໂດ​ລາ ​ສະຫະລັດ ສຳລັບ ​ຊື້​ສະບຽງ ອາຫານ,​ເງິນ 250 ລ້ານ​ໂດ​ລາ​ ສະຫະລັດ ສຳລັບ ​ຊື້​ອາຍ​ແກັສ ປຸງ​ແຕ່ງ ​ແລະ ອີກ 600 ລ້ານ​ໂດ​ລາ ​ສະຫະລັດ ສຳລັບ​ ຊື້​ປຸ໋ຍ ​ໃຫ້​ຊາວ​ກະສິກອນ. ຂະນະ​ດຽວ​ກັນ ລັດຖະບານ ອະນຸມັດ ຂໍ​ວົງ​ເງິນ ສິນ​ເຊື່ອ 55 ລ້ານ​ໂດ​ລາ ​ສະຫະລັດ ຈາກ​ທະນາຄານ ​ເພື່ອ​ການ​ສົ່ງ​ອອກ ​ແລະ ນຳ​ເຂົ້າ ຂອງ​ອິນ​ເດຍ ​ແນ​ໃສ່​ ສະໜັບ ສະໜູນ ນຳ​ເຂົ້າປຸ໋ຍ 150.000​ໂຕນສຳລັບ​ ຊາວ​ກະສິກອນ ນຳ​ໃຊ້​ ໃນ​ການ​ປູກຝັງ ​ໃນ​ລະດູ​ການ​ ໜ້າຕໍ່​ໄປ.ຂະນະ​ທີ່ ທະນາຄານ​ກາງ ປະ​ເມີນ​ ໄວ້​ວ່າ ​ເສດຖະກິດ ສີ​ລັງກາ ຈະ​ຫົດ​ຕົວ 3,5%​ໃນ​ປີ​ນີ້ ​ແຕ່​ຈະ​ກັບ​ມາ​ ເຕີບ​ໂຕ​ ຢ່າງ​ເຂັ້ມ​ແຂງ​ໄດ້ ດ້ວຍ​ການ​ອອກ​ ມາດ​ຕະການ​ ປະຕິ​ຮູບ ຂະໜາດ​ໃຫຍ່,ການ​ປັບ ​ໂຄງ​ສ້າງ​ໜີ້ ​ແລະການ​ສະໜັບ ສະໜູນ ຈາກ​ປະຊາ​ຄົມ​ໂລກ. ສີ​ລັງກາ ຈະຕ້ອງ​ເຮັດ​ໃຫ້​ ເສດຖະກິດ ມີ​ສະ​ຖຽງ ​ລະ​ພາບ​ ພາຍ​ໃນ ​ທ້າຍ​ປີໜ້າ ​ແລະ ສະຫະ​ ປະຊາ​ຊາດ ສັນຍາ​ວ່າ ຈະ​ຈັດ​ສັນ ​ເງິນ 48 ລ້ານ​ໂດ​ລາ​ ສະຫະລັດ ຊ່ວຍ​ເຫລືອ ​ດ້ານ​ອາຫານ,ກະສິກຳ ​ແລະ ສາທາລະນະ​ສຸກ ​ໃຫ້​ສີ​ລັງກາ.ຂະນະ​ດຽວ​ກັນ ສີ​ລັງກາ ພວມ​ເຈລະຈາ ​ເງື່ອນ​ໄຂ ​ການ​ເຮັດ ​ທຸລະ​ກຳ​ ແລກປ່ຽນ​ເງິນຕາ ອີງ​ໃສ່ ສະກຸນ​ ເງິນ​ຢວນ ມູນ​ຄ່າ​ ປະມານ 1,5 ຕື້​ໂດ​ລາ ​ສະຫະລັດ ທີ່​ຕົກລົງ​ກັບ​ຈີນ ​ເມື່ອ​ປີ​ກ່ອນ ອີກ​ຄັ້ງ ​ເພື່ອ​ໃຫ້​ສາມາດ ຊຳລະ​ສິນ​ຄ້າ ນຳ​ເຂົ້າ ທີ່​ຈຳ​ເປັນ ຕື່ມ​ອີກ.

ຮຽບຮຽງ​:ທິບພະຈັນ